ກວດພະຍາດແລະສະໜອງຢຸກຢາໃຫ້ແກ່ຄົນທຸກຍາກແຂວງຮ່າຕີງ1000ຄົນໂດຍບໍ່ເສຍຄ່າ

ກວດພະຍາດແລະສະໜອງຢຸກຢາໃຫ້ແກ່ຄົນທຸກຍາກແຂວງຮ່າຕີງ1000ຄົນໂດຍບໍ່ເສຍຄ່າ - ảnh 1
ການ​ກວດ, ປີ່​ນ ປົວພະຍາດ​ມະນຸດສະທຳ
ສະໜອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ ​​ຢູ່​ເມືອງ ກີ​ແອ​ງ
(ພາບ: baohatinh.vn)

(vovworld) - ​ ​​ ຕອນ​ເຊົ້າ​ວັນ​ທີ 31/07, ສະພາກາ​ແດງ​ແຂວງ ຮ່າ​ຕີງ ຈັດ​ຕັ້ງ​ການ​ກວດ, ປີ່​ນ ປົວພະຍາດ​ມະນຸດສະທຳ, ສະໜອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ມອບ​ຂອງຂວັນ​ໃຫ້​ພໍ່​ແມ່​ຊາວ​ປະມົງ​ທີ່​ທຸກ​ຍາກ, ຄອບຄົວ​ນະ​ໂຍບາຍ​ຢູ່​ເມືອງ ກີ​ແອ​ງ. ບັນດາ​ທ່ານໝໍ​ໂຮງໝໍ​ແຂວງ ຮ່າ​ຕີງ ​ໄດ້ກວດພະຍາດ, ​ໃຫ້​ຄຳປຶກສາ ​ແລະ ສະໜອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້ 1000 ຄົນ​ທີ່​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ ຂຶ້ນ​ກັບ​ຄອບຄົວ​ນະ​ໂຍບາຍ​ຢູ່ 3 ຕາ​ແສງ ກີ​ຟູ໋, ກີ​ແຄງ, ກີ​ຮ່າ, ​ເມືອງ ກີ​ແອ​ງ ​. ນອກຈາກ​ນັ້ນ, ຄະນະ​ຈັດ​ຕັ້ງ​ຍັງ​ມອບ​ຂອງຂວັນ 340 ພູດ​ໃຫ້​ບັນ​ດາ​ຄອບຄົວ​ຊາວ​ປະມົງ​ທີ່​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍບາຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກພິ​ເສດ. ນີ້​ແມ່ນ​ວຽກ​ເຮັດ​ງານ​ທຳ​ທີ່​ມີ​ຄວາມ​ໝາຍ ​ເພື່ອ​ແນ​ໃສ່ສົ່ງ​​ເສີມ​ສຸຂະພາບ​ເບື້ອງ​ຕົ້ນ, ໜູນ​ຊ່ວຍ​ທາ​ງດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ປະຊາຊົນທີ່​ຖືກ​ຜົນ​ສະທ້ອນ​ຈາກສິ່ງ​ແວດ​ລ້ອມ. ​ລາຍການ​ຍັງ​ປະກອບ​ສວ່ນປຸກລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງຄົມ​ສຳລັບ​ການ​ເຄື່ອນ​ໄຫວກວດ, ປີ່​ນປົວ​ພະຍາດ​ມະນຸດສະທຳ, ​ໃຫ້​ຄຳປຶກສາ​ ສົ່ງ​ເສີມ​ສຸຂະພາບ​ໃຫ້​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄອບຄົວ​ນະ​ໂຍບາຍ​ຖືກ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ