ກວດສຸຂະພາບ,ພະຍາດອາຊີບໂດຍບໍ່ເສຍຄ່າໃຫ້ຜູ້ອອກແຮງງານ 15.000 ຄົນ

(VOVWORLD) -ເພື່ອຕອບສະໜອງວັນແຮງງານສາກົນ ແລະ ເດືອນກະທຳແຫ່ງຊາດກ່ຽວກັບຄວາມປອດໄພໃນການອອກແຮງງານປີນີ້, ສະຖາບັນສຸຂະພາບອາຊີບ ແລະ ສິ່ງແວດລ້ອມ (ຂຶ້ນກັບກະຊວງສາທາລະນະສຸກ) ມີແຜນການກວດສຸຂະພາບ ແລະ ພະຍາດອາຊີບໂດຍບໍ່ເສຍຄ່າໃຫ້ຜູ້ອອກແຮງງານ 15.000 ຄົນຢູ່ 10 ແຂວງມີເຂດອຸດສາຫະກຳຈຸດສຸມ.
ກວດສຸຂະພາບ,ພະຍາດອາຊີບໂດຍບໍ່ເສຍຄ່າໃຫ້ຜູ້ອອກແຮງງານ 15.000 ຄົນ - ảnh 1(ພາບປະກອບ: kinhtedothi.vn)

ການເຄື່ອນໄຫວກວດສຸຂະພາບ, ພະຍາດອາຊີບໂດຍບໍ່ເສຍຄ່າໃຫ້ແກ່ຄົນງານໄດ້ເລີ່ມແຕ່ວັນທີ 4 ພຶດສະພາ ສຳລັບກຳມະກອນ 1.000 ຄົນທີ່ພວມເຮັດວຽກຢູ່ບໍລິສັດໃຫຍ່ຂອງນະຄອນໂຮ່ຈີມິນ. ຫຼັງຈາກນັ້ນ, ຈະກວດໃຫ້ກຳມະກອນຍິງ 1.000 ຄົນ ທີ່ພວມຖືພາຢູ່ບັນດາເຂດອຸດສາຫະກຳ ຂອງແຂວງ ດົ່ງນາຍ. ສະເພາະຢູ່ຮ່າໂນ້ຍ, ໃນເດືອນພຶດສະພາ ແລະ ເດືອນມິຖຸນາ, ສະຖາບັນສຸຂະພາບອາຊີບ ແລະ ສິ່ງແວດລ້ອມຈະຈັດຕັ້ງການກວດສຸຂະພາບໃຫ້ຜູ້ອອກແຮງງານ 5.000 ຄົນ, ລວມມີບັນດາພາລະກອນການແພດຂຶ້ນກັບໂຮງໝໍຂັ້ນສູນກາງ ແລະ ກຳມະກອນໃນບໍລິເວນຮ່າໂນ້ຍ. ປອ ຫງວຽນດິ່ງຈູງ, ຫົວໜ້າພະແນກພະຍາດອາຊີບ, ສະຖາບັນສຸຂະພາບອາຊີບ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

        “ເດືອນເຄື່ອນໄຫວຂອງປີ 2018 ດ້ວຍຫົວຂໍ້ “ເປັນເຈົ້າການສະກັດກັ້ນ ແລະ ຄວບຄຸມບັນດາປັດໄຈມີຄວາມເສຍຫາຍຢູ່ບ່ອນເຮັດວຽກເພື່ອຈຳກັດອຸບັດຕິເຫດໃນການອອກແຮງງານ ແລະ ພະຍາດອາຊີບ. ສະຖາບັນສຸຂະພາບອາຊີບ ແລະ ສິ່ງແວດລ້ອມ ຮັບຜິດຊອບກ່ຽວກັບສຸຂະພາບຂອງຊາວຜູ້ອອກແຮງງານ. ບັນດາການເຄື່ອນໄຫວຕອບສະໜອງເດືອນເຄື່ອນໄຫວຂອງພວກຂ້າພະເຈົ້າຈະປະກອບສ່ວນຊຸກຍູ້ບັນດາຮາກຖານຜະລິດດຳເນີນທຸລະກິດ ເພື່ອສະກັດກັ້ນອຸບັດຕິເຫດໃນການອອກແຮງງານຕິດພະຍາດອາຊີບຜ່ານການເຄື່ອນໄຫວກວດພະຍາດປະຈຳໄລຍະ ແລະ ກວດພະຍາດອາຊີບເພື່ອໃຫ້ບັນດາຫົວໜ່ວຍຜັນຂະຫຍາຍໃນປີຕໍ່ໄປ.”

ຕອບກັບ

ຂ່າວ/ບົດ​ອື່ນ