ກ່ວາ 5.000 ຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) - ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ, ນະຄອນໂຮ່ຈີມິນ, ມີກ່ວາ 5.000 ຄົນໄດ້ເຂົ້າຮ່ວມການຍ່າງເພື່ອຮ່ວມເດີນທາງພ້ອມກັບ “ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນ.

ເນື່ອງໃນໂອກາດລະນຶກ 61 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ (10/8/1961 – 10/8/2022, ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ, ນະຄອນໂຮ່ຈີມິນ, ມີກ່ວາ 5.000 ຄົນໄດ້ເຂົ້າຮ່ວມການຍ່າງເພື່ອຮ່ວມເດີນທາງພ້ອມກັບ “ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນ.

        ນີ້ແມ່ນຄັ້ງທີ 15 ທີ່ລາຍການໄດ້ຖືກຈັດຕັ້ງຢູ່ນະຄອນໂຮ່ຈີມິນ. ພາຍຫຼັງເວລາ 2 ປີບໍ່ໄດ້ຈັດຕັ້ງຍ້ອນໂລກລະບາດໂຄວິດ - 19, ປີ 2022, ລາຍການຍ່າງ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ໄດ້ຈັດຕັ້ງຄືນໃໝ່ດ້ວຍຄວາມຫວັງຮຽກຮ້ອງໃຫ້ປະຊາຄົມມີຄວາມເອົາໃຈໃສ່ ແລະ ແບ່ງປັນຕໍ່ຄວາມເຈັບປວດເຊິ່ງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຕ້ອງແບກຫາບ, ເຂົ້າໃຈໄດ້ເຖິງສິ່ງຮ້າຍກາດຂອງສົງຄາມ, ບໍ່ພຽງແຕ່ຄົງຕົວໃນທັນທີເທົ່ານັ້ນ ຫາກຍັງແກ່ຍາວຜ່ານລຸ້ນຕ່າງໆອີກດ້ວຍ. ຜ່ານການເຄື່ອນໄຫວຍ່າງ, ລາຍການສົມທົບກັບການຮຽກຮ້ອງການປະກອບສ່ວນຂອງບັນດາອົງການພາຍໃນປະເທດ ແລະ ສາກົນປະກອບສ່ວນເຂົ້າໃນກອງທຶນ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນໂຮ່ຈີມິນ ເພື່ອປະຕິບັດບັນດາວຽກງານເບິ່ງແຍງດູແລ, ຊ່ວຍເຫຼືຶອບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວມີຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າບື່ນຕົວຂຶ້ນ, ສ້າງຊີວິດການເປັນຢູ່ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ