ກວາງງ້າຍ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 1 ຄົນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດທັງໝົດ 621 ຄົນ

(VOVWORLD) -ໄລ່ມາຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 373/621 ຄົນໄດ້ຮັບການປິ່ນປົວຫາຍດີ, ສ່ວນຈຳນວນຜູ້ເສຍຊີວິດແມ່ນ 6 ຄົນ.

ຕາມແຫຼ່ງຂ່າວໃນເວລາ 6 ໂມງຂອງວັນທີ 03 ສິງຫາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 1 ຄົນຢູ່ແຂວງ ກວາງງ້າຍ, ຍົກຈຳນວນຜູ້ຕິດເຊື້ອໂຄວິດທັງໝົດຢູ່ຫວຽດນາມ ຂຶ້ນເປັນ 621 ຄົນ. ຄົນເຈັບທີ 621 ແມ່ນແມ່ຍິງ, ອາຍຸ 60 ປີ, ຢູ່ ບິ່ງເຊີນ, ກວາງງ້າຍ, ເຄີຍມາເບິ່ງແຍງຄົນເຈັບຢູ່ໂຮງໝໍ ດ່ານັ້ງ.

        ໄລ່ມາຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 373/621 ຄົນໄດ້ຮັບການປິ່ນປົວຫາຍດີ, ສ່ວນຈຳນວນຜູ້ເສຍຊີວິດແມ່ນ 6 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ