ກວາງນິງ ໄຂ Canaval ຫ້າລອງປີ 2014
ໄຂ Canaval ຫ້າລອງປີ 2014
(ພາບ: vietnamplus.vn)
(vovworld) - ດ້ວຍຫົວຂໍ້ວ່າ “ກວາງນິງ - ເຕົ້າໂຮມ ແລະ ແຜ່ລາມ”, Canaval ຫ້າລອງປີ 2014 ຖືກຈັ້ນຂຶ້ນໃນຕອນຄໍ່າວັນທີ 30/04, ຢູ່ນະຄອນຫ້າລອງ ໃນບັນຍາກາດທີ່ຟົດຟື້ນມີສີສັນຫຼາກຫຼາຍ. ເຂົ້າຮ່ວມພິທີໄຂ, ມີທ່ານນາງ ຮ່າທິຄ໋ຽດ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ. ມີປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມງານບຸນ.
ເປີດສາກລາຍການແມ່ນພິທີໄຂ Canaval ແລະ ການສະແດງສິລະປະບົນເວທີ ດ້ວຍຫົວຂໍ້ “ຄວາມປະທັບໃຈ ຫ້າລອງ”. ນີ້ແມ່ນລາຍການສະແດງສິລະປະພິເສດ ດ້ວຍການເຂົ້າຮ່ວມຂອງບັນດານັກຮ້ອງຊາວກວາງນິງ, ພ້ອມກັບນັກຟ້ອນ, ນາງແບບ ແລະ ການສົມທົບກັນສະແດງຂອງບັນດານັກສິລະປິນທີ່ມາຈາກຈີນ, ລາວ, ໄທ ເກືອບ 300 ຄົນ. ຕໍ່ຈາກນັ້ນແມ່ນການສະແດງດ້ວຍຫົວຂໍ້ “ເຕົ້າໂຮມສີສັນ - ແຜ່ລາມຜົນປະໂຫຍດ” ຂອງ 28 ກຸ່ມ, ສະແດງດ້ວຍນັກສະແດງມາຈາກບັນດາທ້ອງຖິ່ນພາຍໃນແຂວງກວ່າ 3.800 ຄົນ. ແຕ່ລະຫົວຂໍ້ລ້ວນແຕ່ຕິດພັນກັບສູນທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວພາຍໃນແຂວງ, ພິເສດແມ່ນສູນທ່ອງທ່ຽວຫ້າລອງ, ອຽນຕື, ເວີນດົນ, ມ໋ອງກ໋າຍ. ໃນແຕ່ລະພາກສ່ວນສະແດງລ້ວນແຕ່ມີຈຸດໃໝ່ສະແດງໃຫ້ເຫັນຈຸດພິເສດ, ວັດທະນະທຳຂອງແຕ່ລະເຂດ, ພາກ, ຊົນເຜົ່າ. ທ່ານນາງ ຫວູທິທູທຸຍ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໃຫ້ຮູ້ວ່າ.
“Canaval ຫ້າລອງປີ 2014 ແມ່ນເພື່ອໂຄສະນາ, ຮັບຕ້ອນເພື່ອນມິດ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາກວາງນິງ ເພື່ອຮັບຊົມ, ຄົ້ນຫາຄຸນຄ່າຂອງມໍລະດົກທຳມະຊາດມະຫັດສະຈັນໂລກ ອ່າວຫ້າລອງ. ດ້ວຍເຂດປູຊະນີຍະສະຖານວັດທະນະທຳ ແລະ ປູຊະນີຍະສະຖານດີເດັ່ນຢູ່ບັນດາເຂດພາຍໃນແຂວງກວ່າ 500 ແຫ່ງ. ແນ່ນອນວ່າ, Canaval ຫ້າລອງປີ 2014 ຈະນຳມາເຊິ່ງຄວາມປະທັບໃຈທີ່ບໍ່ອາດຫຼົງລືມກ່ຽວກັບແຂວງກວາງນິງ ແລະ ພາບພົດປະເທດຫວຽດນາມໄດ້”.