ກວາງນິງຄວນກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີ

ກວາງນິງຄວນກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​
(ພາບ: VGP/Nhật Bắc)

(vovworld) - ຕອນ​ບ່າຍ​ວັນ​ທີ 13/9, ຢູ່​ນະຄອນ​ຮ້າ​ລອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ປະກາດບັນດາ​ແຜນ​ກຳນົດ​ຍຸດ​ທະ​ສາດ​ຂອງແຂວງ​ກວາງ​ນິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ​ຈຸດໝາຍ​ໜ້າ​ທີ່​ລວມນັ້ນ​ແມ່ນ​ ເຮັດ​ໃຫ້​ເສດຖະກິດ​ກວາງ​ນິງ​ ເຕີບ​ໂຕ​ຢ່າງ​ແຮງ​ກວ່າ, ມີ​ປະສິດທິ​ຜົນ​ສູງ​ກວ່າ ​ແລະ ໝັ້ນຄົງ​ກວ່າ, ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​​ໃຫ້​ດີກ​ວ່າ. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​ໃຫ້​ໄດ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ຊີ້​ແຈ້ງວ່າ:

        “ພວກ​ເຮົາ​ຕ້ອງ​ປະຕິບັດ​ຫຼາຍ​ວຽກ​ງານ​ຢ່າງ​ຄົບ​ຊຸດ. ມື້​ນີ້​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ, ຊົມ​ເຊີຍ​ແຂວງ​ກວາງ​ນິງ​ ເລີ່​ມວາງ​ແຜນ​ກຳນົດ​ຕາມ​ຈີນ​ຕະນາ​ການ​ໃໝ່, ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃຫ້​ດີກ​ວ່າ, ມີ​ປະສິດທິ​ຜົນ​ກວ່າ, ຂຸດ​ຄົ້ນ​ຖ່ານ​ຫີນ​ໄດ້​ຫຼາຍ​ກວ່າ, ສະອາດ​ກວ່າ, ໝັ້ນຄົງ​ກວ່າ; ພັດທະນາ​ການທ່ອງທ່ຽວ​ໃຫ້​ດີກ​ວ່າ, ການ​ບໍລິການ​ຕ້ອງ​ແຮງ​ກວ່າ​ອີກ, ຍົກ​ສູງ​ມູນ​ຄ່າ​ເພີ່ມ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ… ບັນຫາ​ໃນ​ຕໍ່ໜ້າ​ແມ່ນ​ພວກ​ເຮົາ​ຕ້ອງ​ຄຸ້ມ​ຄອງ​ແຜນ​ກຳນົດ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນ​ກຳນົດ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ລະດົມ​ບັນດາ​ແຫຼ່ງກຳລັງ, ປະຕິບັດບັນດາ​ໂຄງການ​ລະອຽດ​, ເຮັດ​ໃຫ້​​ແຜນ​ກຳນົດ​ນີ້​ປະກົດ​ຜົນ​ເປັນ​ຈິງ“.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຮຽກຮ້ອງ​ໃຫ້​ແຂວງ​ກວາງ​ນິງ ສຸມ​ໃສ່​ການ​ປະຕິ​ຮູບ​ບັນດາ​ກົນ​ໄກ, ລະບຽບ​ການ​ບໍລິຫານ ​ເພື່ອ​ໃຫ້​ແຂວງ​ກວາງ​ນິງ ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຮຽກຮ້ອງ​ໃຫ້​ແຂວງ​ກວາງ​ນິງ ສືບ​ຕໍ່​ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ​ບົນ​ຈິດ​ໃຈ​ມິດຕະພາບ, ສະ​ເໝີ​ພາບ, ຮ່ວມ​ມື, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮັບປະກັນ​ຜົນ​ປະ​ໂຫຍ​ດອັນຊອບ​ທຳ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ