ກວາງນາມຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່

(VOVWORLD) - ໃນຂອບເຂດ Festival ມໍຣະດົກ ກວາງນາມ, ຕອນບ່າຍວັນທີ 10/6, ແຂວງ ກວາງນາມ ຈັດຕັ້ງ “ກອງປະຊຸມສົ່ງເສີມການລົງທຶນ, ຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່“. 
ກວາງນາມຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່ - ảnh 1“ກອງປະຊຸມສົ່ງເສີມການລົງທຶນ, ຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່“ 

 

ທີ່ກອງປະຊຸມ, ຜູ້ຕາງໜ້າສະຫະສະມາຄົມທ່ອງທ່ຽວ ກວາງນາມ , ບັນດາບໍລິສັດຂຸດຄົ້ນການທ່ອງທ່ຽວ ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ກວາງນາມ, ໃນນັ້ນມີບັນດາສະຖານທີ່ທ່ອງທ່ຽວໃໝ່ທີ່ດູດດື່ມ ແລະ ແປກພໍສົມຄວນ. ທ່ານ ເຈິ່ນລຶກ, ຮອງຜູ້ອຳນວຍການບໍລິສັດ ໄຊງ່ອນ Tourist, ດ່ານັ້ງ, ໃຫ້ຮູ້ວ່າ:

“ເມື່ອຍິນວ່າມີບັນດາສະຖານທີ່ທ່ອງທ່ຽວໃໝ່, ບັນດານັກທ່ອງທ່ຽວມີຄວາມສົນໃຈທີ່ສຸດ. ຕາມປົກກະຕິ, ນັກທ່ອງທ່ຽວເມື່ອມາຢ້ຽມຢາມພາກກາງມີແຕ່ໄປທ່ຽວ ດ່ານັ້ງ, ໂຫ້ຍອານ, ໝີເຊີນເທົ່ານັ້ນແລ້ວກັບເມືອ, ແນວນັ້ນມັນບໍ່ມ່ວນ. ສິ່ງທີ່ພວກເຮົາເວົ້າຫຼາຍແລ້ວແຕ່ມາຮອດປະຈຸບັນຍັງບໍ່ທັນຜັນຂະຫຍາຍໄດ້ນັ້ນແມ່ນຜະລິດຕະພັນຢູ່ສະຖານທີ່ທ່ອງທ່ຽວຍັງຂາດແຄນ, ການບໍລິການກໍ່ຍັງຂາດຢູ່. ດັ່ງນັ້ນແມ່ນຕ້ອງການບັນດານັກລົງທຶນກ່ຽວກັບຜະລິດຕະພັນການທ່ອງທ່ຽວທີ່ສຸດ“.

ທ່ານ ເລຈີ໋ແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ໃຫ້ຮູ້ວ່າ, ແຂວງ ກວາງນາມໜູນຊ່ວຍກົນໄກໃຫ້ບັນດາບໍລິສັດທ່ອງທ່ຽວ, ໃນຕໍ່ໜ້າບັນດາບໍລິສັດທ່ອງທ່ຽວຈະນຳພາແຂກເຖິງບັນດາສະຖານທີ່ທ່ອງທ່ຽວ.

ການວາງແຜນຜັງຕ້ອງອີງໃສ່ບັນດາລາຍການທ່ອງທ່ຽວຕາມຫົວຂໍ້, ບັນດາຜະລິດຕະພັນ. ຂ້າພະເຈົ້າສະເໜີຂະແໜງທ່ອງທ່ຽວຕ້ອງໃສ່ໃຈທີ່ສຸດໃນວິວັດການວາງແຜນຜັງ. ແທນທີ່ໜູນຊ່ວຍການລົງທຶນໃຫ້ບັນດາເຂດນັ້ນແມ່ນໜູນຊ່ວຍລາຍຈ່າຍໃຫ້ບັນດາບໍລິສັດທ່ອງທ່ຽວທີ່ນຳແຂກມາ“.

ຕອບກັບ

ຂ່າວ/ບົດ​ອື່ນ