ທ່ານ ເລແທງລຽມ ຮອງປະທານຄະນະກຳມະການປະຊາຊົນນະຄອນ
ໂຮ່ຈີມິນ ແລະ ທ່ານ Steven Joyce
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນເຊົ້າວັນທີ 6/6, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ກະຊວງສຶກສາມະຫາວິທະຍາໄລ, ທັກສະ ແລະ ວຽກເຮັດງານທຳ, ພັດທະນາເສດຖະກິດ, ວັດທະນະທຳ ແລະ ປະດິດສ້າງ ນິວຊີແລນ ໄດ້ປະກາດເລື່ອງກໍ່ສ້າງຂົວມິດຕະພາບ ຫວຽດນາມ - ນິວຊີແລນ. ນີ້ແມ່ນຂົວສຳລັບຄົນຍ່າງເພື່ອຂ້າຜ່ານທາງດ້ຽນບຽນ, ເຊື່ອມຕໍ່ສອງພາກທາງ ລະຫວ່າງມະຫາວິທະຍາໄລເຕັກໂນໂລຢີນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລສາກົນ ຮົ່ງບ່າງ. ກ່າວຄວາມເຫັນທີ່ພິທີ, ທ່ານ Steven Joyce ລັດຖະມົນຕີກະຊວງສຶກສາມະຫາວິທະຍາໄລ, ທັກສະ ແລະ ວຽກເຮັດງານທຳ, ພັດທະນາເສດຖະກິດ, ວັດທະນະທຳ ແລະ ປະດິດສ້າງ ນິວຊີແລນ, ໃຫ້ຮູ້ວ່າ, ນີ້ແມ່ນກິດຈະກຳສັນຍາລັກທີ່ສຳຄັນໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ທັງຊ່ວຍໃຫ້ນັກສຶກສາມະຫາວິທະຍາໄລສອງແຫ່ງ ແລະ ປະຊາຊົນນະຄອນໂຮ່ຈີມິນ ໄປມາຢ່າງສະດວກ ແລະ ປອດໄພ.