ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ |
(vovworld)- ກໍ່ສ້າງຂະແໜງສານໃຫ້ສົມເປັນບ່ອນອີງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ. ນີ້ແມ່ນຄຳຊີ້ນຳຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຢູ່ທີ່ກອງປະຊຸມສະຫຼຸບວຽກງານປີ 2015 ແລະ ຜັນຂະຫຍາຍວຽກງານສານປີ 2016 ໂດຍສານປະຊາຊົນສູງສຸດຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 15/1 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ຂະແໜງສານຍາດມາໄດ້ໃນປີ 2015. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ :
“ ຄະນະຮັບຜິດຊອບວຽກງານພັກ, ການນຳ ສານປະຊາຊົນສູງສຸດ ຄວນສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆຢູ່ບັນດາທ້ອງຖິ່ນ ຈົ່ງຊີ້ນຳນຳພາບັນດາສານຈັດຕັ້ງຊາບຊຶມ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງເຂັ້ມງວດ. ສືບຕໍ່ຜັນຂະຫຍາຍປະຕິບັດລັດຖະທຳມະນູນປີ 2013, ບັນດາມະຕິຂອງພັກ, ບັນດາກົດໝາຍ, ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບວຽກງານຍຸດຕິທຳ, ປະຕິຮູບດ້ານຕຸລາການ; ສຸມໃສ່ປະກາດໃຊ້ບັນດາເອກະສານແນະນຳການປະຕິບັດ, ກວດກາບັນດາເອກະສານນິຕິກຳເພື່ອປັບປຸງໃຫ້ສອດຄ່ອງກັບບັນດາຂໍ້ກຳນົດໃໝ່ຂອງກົດໝາຍ, ນຳມະຕິຂອງພັກ, ລັດຖະທຳມະນູນ, ກົດໝາຍເຂົ້າສູ່ຊີວິດຕົວຈິງໂດຍໄວ ”