(vovworld) – ຕ້ອງຮັກສາບັນດາຮູບແບບຊົນນະບົດໃໝ່; ໃນວຽກງານບໍລິຫານ, ການນຳຕ້ອງໃກ້ຊິດຕິດແທດກັບປະຊາຊົນ, ຕິດແທດກັບພື້ນຖານ, ສ້າງຄວາມເຫັນດີເຫັນພ້ອມ ໃນໝູ່ປະຊາຊົນ ແລະ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນຢ່າງແທ້ຈິງ. ນີ້ແມ່ນບັນດາຄຳຊີ້ນຳຂອງ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ເມື່ອເຮັດວຽກກັບການນຳແຂວງຕາແສງຢາກາດ, ການນຳເມືອງກາວໂລກ, ແຂວງລ່າງເຊີນ ໃນຕອນເຊົ້າວັນທີ 20/6. ທ່ານ ນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຕີລາຄາສູງບັນດາຜົນງານ ເຊິ່ງຕາແສງຢາກາດ ບັນລຸໄດ້, ນີ້ແມ່ນຕາແສງໜຶ່ງດຽວໃນເມືອງ ທີ່ບັນລຸໄດ້ 19 ມາດຖານຊົນນະບົດໃໝ່. ໃນໄລຍະຈະມາເຖິງ, ເພື່ອຮັກສາໝາກຜົນທີ່ບັນລຸໄດ້ນັ້ນ, ທ່ານ ນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຮຽກຮ້ອງການນຳຕາແສງ ຕ້ອງຮັກສາບັນດາຮູບແບບຊົນນະບົດໃໝ່. ການນຳຕາແສງຢາກາດ ຕ້ອງຄົ້ນຄ້ວາຫຼາຍຮູບແບບການຜະລິດທີ່ອຸດົມສົມບູນ, ເໝາະສົມກັບຕະຫຼາດ, ຫັນຜະລິດຕະພັນເປັນຫຼາຍຮູບແບບ, ຮັບປະກັນສົ້ນອອກ ໃຫ້ປະຊາຊົນເປັນຢ່າງດີ.
ກ່ອນໜ້ານັ້ນ, ທ່ານ ນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມ ບັນດາຄອບຄົວປະຊາຊົນປູກໝາກເຜັດ ຢູ່ບ້ານບັກດົງ 2, ຕາແສງຢາກາດ, ເມືອງກາວໂລກ.