ກໍ່ສ້າງວິທະຍາຄານຕຳຫຼວດປະຊາຊົນກາຍເປັນສູນບຳລຸງສ້າງຕຳຫຼວດມີອິດທິພົນຊື່ສຽງໃນພາກພື້ນ

ກໍ່ສ້າງວິທະຍາຄານຕຳຫຼວດປະຊາຊົນກາຍເປັນສູນບຳລຸງສ້າງຕຳຫຼວດມີອິດທິພົນຊື່ສຽງໃນພາກພື້ນ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຈືອງ​ເຕີນ​ຊາງ ​ລົງ​ຢ້ຽມ​ຢາມ​ວິ​ທະ​ຍາ​ຄານ ຕຳຫຼວດ​ປະ​ຊາ​ຊົນ
(ພາບ: saosang.net)

(vovworld) – ​​​​​​​ ​ວັນ​ທີ 3/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ລົງ​ຢ້ຽມ​ຢາມ​ວິ​ທະ​ຍາ​ຄານ ຕຳຫຼວດ​ປະ​ຊາ​ຊົນ, ຮາກ​ຖານ​ທີ່​ບຳ​ລຸງ​ສ້າງ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ອັນ​ດັບ​ໜຶ່ງ​ຂອງ​ກຳ​ລັງ​ຕຳຫຼວດ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​​ຢູ່ທີ່ນີ້, ທ່ານ​ປະ​ທານ​ປະ​ເທ​ດ ສະ​ເໜີ​ໃຫ້​ວິ​ທະ​ຍາ​ຄານ ຕ​ຳຫຼວດ​ປະ​ຊາ​ຊົນ​ດ້ວຍ​ບົດ​ບາດ​ແມ່​ນ​ສູນ​ບຳ​ລຸງ​ສ້າງ​ອັນ​ດັບ​ໜຶ່ງ​ຂອງ​ຂະ​ແໜງ​ຕຳຫຼວດ ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວິ​ລະ​ຊົນ, ຍົກ​ສູງ​ຄຸນ​ນະ​ພາບ​ກາ​ນ​ບຳ​ລຸງ​ສ້າງ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ… ເພື່ອ​ປະ​ກອບ​ສ່ວນ​ພ້ອມ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ພັກ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້. ທ່ານກ່າວ​ວ່າ:

        “ວິ​ທະ​ຍາ​ຄານ​ຍາມ​ໃດ​ກໍ່​ຕ້ອງ​ຊາບ​ຊືມ ແລະ ປະ​ຕິ​ບັດ​​ວຽກ​ງານ​ສຶກ​ສາ​ບຳ​ລຸງ​ສ້າງ​ ຕິດ​ພັນກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຂະ​ແໜງ​ຕຳຫຼວດ​ເປັນ​ຢ່າງ​ດີ ແລະ ​ສະ​ເໜີ​ການກໍ່​ສ້າງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ປະ​ຕິ​ວັດ, ກຳ​ລັງຫຼວງ ແລະ ທັນ​ສະ​ໄໝ​ເທື​່ອ​ລະ​ກ້າວ. ກໍ່ສ້າງ​ ນາຍ​ຕ​ຳຫຼວດ​ປະ​ຊາ​ຊົນ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ພັກ ແລະ ປະ​ຊາ​ຊົນ, ມີ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະ, ມີ​ສະ​ຕິ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂໍ້​ບັງ​ຄັບ ແລະ ຍອມ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ, ປອດ​ໄພ​ຂອງ​ປະ​ເທດ​ຊາດ, ເພື່ອ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ, ມີ​ສະ​ຕິ​ເຄົາ​ລົບ​ນັບ​ຖືປະ​ຊາ​ຊົນ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​​ຮັບ​ໃຊ້ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ”

        ກ່ອນ​ໜ້ານັ້ນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ວາງ​ພວງ​ມາ​ລາ​, ຖະ​ຫວາຍ​ທູບ​ທຽນ​ອາ​ໄສ​ຫາ​ຢູ່​ອະ​ນຸ​ສາ​ວາ​ລີ​ປະ​ທານ ໂຮ່​ຈີ​ມິນ, ຢ້ຽມ​ຢາມ ແລະ ຊອກ​ຮູ້​ບັນ​ດາ​ຮາກ​ຖານ​ສິດ​ສອນ, ຄົ້ນ​ຄ້​ວາ ແລະ ຮ່ຳ​ຮຽນ​ຂອງ​ໂຮ​ງ​ຮຽ​ນ.

                                              

 

ຂ່າວ/ບົດ​ອື່ນ