ກໍ່ສ້າງຫວຽດຈີໃຫ້ກາຍເປັນນະຄອນແຫ່ງງານບຸນມຸ່ງຫາກົກເຄົ້າເຫງົ້າກໍຂອງປະເທດຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ
ຄະນະປະຕິບັດງານຂອງສູນກາງມີການເຮັດວຽກກັບການນຳແຂວງ ຟູ໋ທໍ້
(vovworld) – ຕອນບ່າຍວັນທີ 04/12 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະປະຕິບັດງານຂອງສູນກາງມີການເຮັດວຽກກັບການນຳແຂວງ ຟູ໋ທໍ້ ເພື່ອຕີລາຄາສະພາບການ ແລະ ມາດຕະການພັດທະນາເສດຖະກິດ - ສັງຄົມຮອບດ້ານຂອງແຂວງ ມຸ່ງໄປເຖິງຈຸດໝາຍສ້າງ ຟູ໋ທໍ້ ໃຫ້ກາຍເປັນໃຈກາງຂອງເຂດພູສູງ ແລະ ພູດອຍທາງພາກເໜືອ, ເປັນປະຕູຂອງນະຄອນຫລວງ ຮ່າໂນ້ຍ. ທີ່ການເຮັດວຽກ, ການນຳ ຟູ໋ທໍ້ ສະເໜີສູນກາງ ສະໜັບສະໜູນ ແລະ ໜູນຊ່ວຍ ເພື່ອຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນ ຫວຽດຈີ ໃຫ້ກາຍເປັນນະຄອນແຫ່ງງານບຸນມຸ່ງຫາກົກເຄົ້າເຫງົ້າກໍຂອງປະເທດຊາດ ຫວຽດນາມ. ດ້ວຍຂໍ້ສະເໜີດັ່ງກ່າວ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ແຜນຮ່າງນີ້ ເໝາະສົມກັບມູນເຊື້ອວັດທະນະທຳ, ຄວາມສາມັກຄີຂອງປະຊາຊົນທົ່ວປະເທດ ເພາະ ຫວຽດຈີ, ຟູ໋ທໍ້ ແມ່ນແມ່ອູ່ແຫ່ງກຳເນີດຂອງປະເທດຊາດ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີແຂວງ ຜັນຂະຫຍາຍຄົບຊຸດເລື່ອງປະຕິບັດແຜນຮ່າງຄຽງຄູ່ກັບການຮັບປະກັນບັນດາມາດຖານຂອງນະຄອນຊີວະພາບ, ການທ່ອງທ່ຽວ ແລະ ປົກປັກຮັກສາສິ່ງແວດລ້ອມ; ນີ້ກໍ່ແມ່ນບັນດາມາດຖານທີ່ຈຳເປັນຂອງນະຄອນໃຈກາງແຫ່ງງານບຸນ. ກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຟູ໋ທໍ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈາະຈີ້ມແຂວງ ຟູ໋ທໍ້ ເອົາໃຈໃສ່, ໃຫ້ບຸລິມະສິດແກ່ການລົງທຶນຜະລິດກະສິກຳບັນລຸມີປະສິດທິຜົນເສດຖະກິດສູງ; ໄປຄຽງຄູ່ກັບການຊຸກຍູ້ການພັດທະນາດ້ານຈຳນວນວິສາຫະກິດ ແລະ ພິເສດແມ່ນຕ້ອງເອົາໃຈໃສ່ເປັນພິເສດເຖິງການສົ່ງເສີມການເຄື່ອນໄຫວທ່ອງທ່ຽວບົນພື້ນຖານຄວາມສາມາດບົ່ມຊ້ອນ ວັດທະ ນະທຳທີ່ເປັນມູນເຊື້ອ.