ກອງທັບອີຣັກຢູ່ Mosul
(ພາບ: Getty)
|
(vovworld) - ວັນທີ 18/10, ບັນດາກຳລັງລັດຖະບານ ອີຣັກ ໃຫ້ຮູ້ໄດ້ຢືດເອົາສິດຄວບຄຸມເກືອບ 20 ໝູ່ບ້ານຢູ່ຊານນະຄອນ Mosul ພາຍໃນເວລາ 24 ຊົ່ວໂມງທຳອິດຂອງການບຸກໂຈມຕີ ເພື່ອແນໃສ່ປົດປ່ອຍນະຄອນນີ້ອອກຈາກກຸ່ມກໍ່ການຮ້າຍ ລັດອິດສະລາມ (IS) ອ້າງຊື່ເອງ.
ດ້ວຍການໜູນຊ່ວຍຂອງກອງທະຫານປະສົມໂດຍ ອາເມລິກາ ນຳໜ້າ, ວັນທີ 17/10, ກອງທັບລັດຖະບານ ແລະ ບັນດາກຳລັງຊາວ Kurd ຢູ່ ອີຣັກ ໄດ້ປຸກລະດົມບັ້ນຮົບບຸກໂຈມຕີດ້ານການທະຫານ ດ້ວຍຂະໜາດໃຫຍ່ ເພື່ອແນໃສ່ຢືນເອົານະຄອນ Mosul, ເຊິ່ງແມ່ນຖານທີ່ໝັ້ນສຸດທ້າຍຂອງ IS ຢູ່ ອີຣັກ ຄືນໃໝ່ ແລະ ໃນ 24 ຊົ່ວໂມງທຳອິດຂອງການບຸກໂຈມຕີ ກຳລັງທະຫານລັດຖະບານສາມາດຄວບຄຸມໄດ້ເກືອບ 20 ໝູ່ບ້ານຢູ່ຊານນະຄອນ Mosul.