ກອງທັບບົກອາຊຽນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອສັນຕິພາບ
(VOVWORLD) -ຕອນເຊົ້າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມປະຈຳປີນາຍສືບທະຫານບົກບັນດາປະເທດ ອາຊຽນຄັ້ງທີ 10.
ທ່ານພັນເອກ ເຢືອງກູຍນາມ ຫົວໜ້າສະຖາບັນພົວພັນຕ່າງປະເທດ ກ່ຽວກັບການປ້ອງກັນຊາດ ກ່າວຄຳເຫັນທີ່ກອງປະຊຸມ |
ດ້ວຍຫົວຂໍ້ “ກອງທັບບົກ ອາຊຽນຮ່ວມມືກັນຢ່າງແໜ້ນແຟ້ນເພື່ອສັນຕິພາບ”, ເປົ້າໝາຍຂອງກອງປະຊຸມແມ່ນສ້າງເວທີປາໄສເພື່ອໃຫ້ບັນດານາຍສືບ ແລະ ພົນທະຫານ ແລກປ່ຽນບົດຮຽນປະສົບການ, ອາຊີບການທະຫານ, ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງທະຫານບົກບັນດາປະເທດ ອາຊຽນ, ຈາກນັ້ນຊຸກຍູ້ຄວາມເຂົ້າໃຈ, ເຊື່ອໝັ້ນເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ມີວັດທະນາຖາວອນ.
ຢູ່ກອງປະຊຸມ, ບັນດາຜູ້ແທນນາຍສືບທະຫານບົກບັນດາປະເທດ ອາຊຽນ ໄດ້ປຶກສາຫາລື, ແບ່ງປັນບົດຮຽນປະສົບການກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງກຳລັງນາຍສືບ ແລະ ພົນທະຫານ ໃນການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ຢູ່ພາກພື້ນ, ພິເສດແມ່ນພະຍາດໂຄວິດ - 19. ນອກຈາກນັ້ນ, ບັນດາຜູ້ແທນກໍ່ສະເໜີບັນດາມາດຕະການລະອຽດ, ເໝາະສົມ ແນໃສ່ເພີ່ມທະວີການຮ່ວມມື, ເຊື່ອມຈອດລະຫວ່າງທະຫານບົກບັນດາປະເທດ ອາຊຽນ. ປະກອບສ່ວນຢ່າງແທດຈິງເພື່ອແນໃສ່ຊຸກຍູ້ບົດບາດຂອງ ທະຫານບົກອາຊຽນໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມຂອງ ພາກພື້ນ.