ກອງທັບປະຊາຊົນຫວຽດນາມຕ້ອງປົກປັກຮັກສາອະທິປະໄຕແຫ່ງຊາດ

ກອງທັບປະຊາຊົນຫວຽດນາມຕ້ອງປົກປັກຮັກສາອະທິປະໄຕແຫ່ງຊາດ  - ảnh 1
(ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ທະຫານ, ປ້ອງ​ກັນຊາ​ດປີ 2014)

(vovworld) - ກອງທັບ​ປະຊາຊົນ​ຫວຽດນາມ​ ຕ້ອງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ທະຫານ, ປ້ອງ​ກັນຊາ​ດປີ 2014, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ ໃນ​ຕອນ​ເຊົ້າ​ວັນ​ທີ 23/12. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ, ຕໍ່ໜ້າ​ສະພາບ​ການ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ຕ້ານ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກນັ້ນ. ກອງທັບ​ຫວຽດນາມ​ ຄວນ​ສຸມ​ໃສ່​ແກ້​ໄຂ​ສິ່ງ​ຈຳກັດ, ອ່ອນ​ດ້ອຍ ທີ່ຍັງ​ຄົງ​ຄ້າງ, ​ເພື່ອ​ສືບ​ຕໍ່​ເຮັດ​ວຽກ​ງານ​ການ​ທະຫານ, ປ້ອງ​ກັນຊາ​ດ​ໃນ​ປີ 2015 ​ໃຫ້​ດີກ​ວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ສະ​​ເໜີ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໃກ້ຊິດ​ກັບ 5 ຄາດໝາຍ​ໃຫຍ່​ຂອງ​ປະ​ເທດ​ຊາດ​ໃນ​ປີ 2015, ຕ້ອງ​ປະຕິບັດ​ສຳ​ເລັດ ​ແລະ ລື່ນ​ກາຍ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮັບປະ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ; ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ສະ​ເໜີ​ວ່າ:

        “ທີ​ໜຶ່ງ​ແມ່ນ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ​ເຮັດ​ວຽກ​ງານ​ກຳ​ແໜ້ນ​ສະພາບ​ການ​ໃຫ້​ດີກ​ວ່າ, ຈາກ​ນັ້ນ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ ກ່ຽວ​ກັບ​ວຽກ​ງານ​ການ​ທະຫານ, ​ແລະ ປ້ອງ​ກັນຊາ​ດ. ທີສອງ​ແມ່ນ, ກຳ​ແໜ້ນ​ສະພາບ​ການ, ຄາດ​ຄະ​ເນ​ບັນດາ​ສະຖານະ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ກໍ່ສ້າງ​ວິທີ​ຮັບ​ມື​ຢ່າງ​ລະອຽດ ​ແລະ ຈັດ​ຕັ້ງ​ການ​ຊ້ອມ​ຮົບ. ຈາກ​ນັ້ນ​ອົບຮົມ, ກຽມພ້ອມ​ສູ້​ຮົບ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ“.

ຂ່າວ/ບົດ​ອື່ນ