(vovworld) – ວັນທີ 03/11, ບັນດາກຳລັງກອງທັບອາກາດຂອງລັດເຊຍ ແລະ ອາເມລິກາ ໄດ້ດຳເນີນບັນດາການຊ້ອມຮົບຮ່ວມ ເພື່ອແນໃສ່ຫຼີກລ້ຽງກໍລະນີຖືກຕຳກັນລະຫວ່າງເຮືອບິນຂອງ 2 ປະເທດຢູ່ຊີຣີ. ການນຳກົມການຮົບກອງເສນາທິການໃຫຍ່ລັດເຊຍ ນາຍພົນ Amdrei Kartapolov ໃຫ້ຮູ້ວ່າ, ໃນການຊ້ອມຮົບ, ບັນດາເຮືອບິນຂອງລັດເຊຍ ແລະ ພັນທະມິດຮ່ວມໂດຍອາເມລິກາ ນຳໜ້າໄດ້ຝຶກຊ້ອມການແກ້ໄຂກໍລະນີເຮືອບິນເຈິກັນຢູ່ເຂດພິເສດ ດ້ວຍໄລຍະຫ່າງຢ່າງໜ້ອຍສຸດ 5 ກ.ມ. ທ່ານກໍໃຫ້ຮູ້ຕື່ມອີກວ່າ, ລັດເຊຍ ແລະ ອິດສະຣາແອນ ໄດ້ແຈ້ງໃຫ້ກັນຊາບຢ່າງຕໍ່ເນື່ອງກ່ຽວກັບສະພາບການຢູ່ເຂດນ່ານຟ້າຂອງຊີຣີ.