ເຮືອບິນສູ້ຮົບ Su34 ຂອງ ລັດເຊຍ ກຳລັງຖີມລະເບີດ
(ພາບ:RIANovosti )
(vovworld) – ວັນທີ 19/10, ກອງທັບ ຊີຣີ ໃຫ້ຮູ້ວ່າ: ໃນ 24 ຊົ່ວໂມງຜ່ານມາ, ກຳລັງກອງທັບອາກາດ ລັດເຊຍ ໄດ້ດຳເນີນການບຸກໂຈມຕີທາງອາກາດ 33 ຄັ້ງ, ທຳລາຍ ເປົ້າໝາຍກ່ວາ 49 ແຫ່ງຂອງບັນດາມືປືນປະກອບອາວຸດຢູ່ບາງເຂດຂອງ ຊີຣີ. ສຳນັກຂ່າວສານແຫ່ງລັດ ຊີຣີ SANA ໃຫ້ຮູ້ວ່າ: ການບຸກໂຈມຕີທາງອາກາດຄັ້ງຕ່າງໆຂອງ ລັດເຊຍ ໄດ້ທຳລາຍເປົ້າໝາຍນັບສິບແຫ່ງຂອງບັນດາກຸ່ມກໍ່ການຮ້າຍຢູ່ຊານນະຄອນຫລວງ Damascus, ແຂວງພາກເໜືອ Aleppo, ແຂວງພາກຕາເວັນຕົກສຽງເໜືອ Idlib, ນະຄອນແຄມທະເລ Latkia ແລະ ແຂວງພາກກາງ Hama. ໃນຂະນະນັ້ນ, ກອງທັບ ລັດເຊຍ ຖະແຫຼງວ່າ: ບັນດາເຮືອບິນສູ້ຮົບຂອງ ລັດເຊຍ ໄດ້ບຸກໂຈມຕີທາງອາກາດເຂົ້າຄ້າຍຝຶກຊ້ອມຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງຢູ່ Latakia ແລະ ຖານທີ່ໝັ້ນບັນຊາການຂອງແນວໂຮມ Al – Nusra, ເຊິ່ງແມ່ນສາຂາໜຶ່ງຂອງອົງການກໍ່ການຮ້າຍສາກົນ Al – Qaeda ຢູ່ Idlib.