ກອງທັບໄທ ປະຕິເສດຂ່າວລືກໍ່ລັດຖະປະຫານ
ກອງທັບໄທ ປະຕິເສດຂ່າວລືກໍ່ລັດຖະປະຫານ
(ພາບ: ອີນເຕີເນັດ)
(vovworld) – ກອງທັບ ໄທ ໄດ້ປະຕິເສດຂ່າວລືທີ່ວ່າ: ຮອງຫົວໜ້າບັນຊາການທະຫານບົກ, ນາຍພົນ ດາໂພງ ຣັດຕະນາສຸວັນ ມີກົນອຸບາຍກໍ່ລັດຖະປະຫານຕ້ານລັດຖະບານຂອງພັກເພື່ອ ໄທ. ກ່ອນໜ້ານັ້ນ, ສື່ມວນຊົນ ໄທ ໄດ້ຄັດສະເໜີຄຳເວົ້າຂອງທ່ານ ຂວັນໃຈ ໄຜ່ພະນາ, ການນຳຝ່າຍ “ເຊື້ອແດງ” ຢູ່ແຂວງ ອຸດອນ ທານີ ໂດຍເວົ້າວ່າ: ນາຍພົນ ດາໂພງ ໄດ້ປຶກສາຫາລືກົນອຸບາຍກໍ່ລັດຖະປະຫານ ກັບຄົນກຸ່ມໜຶ່ງທີ່ເຄີຍເຂົ້າຮ່ວມການກໍ່ລັດຖະປະຫານຕ້ານລັດຖະບານຂອງທ່ານອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ. ໂຄສົກຂອງກອງທັບໄທ, ທ່ານ ວິນໄທ ສຸວາຣີ ຢືນຢັນວ່າ: ແຫຼ່ງຂ່າວດັ່ງກ່າວແມ່ນບໍ່ມີມູນຄວາມຈິງ. ທ່ານໄດ້ຮຽກຮ້ອງໃຫ້ວົງການສື່ມວນຊົນ ຕ້ອງກວດກາ ກ່ອນທີ່ຈະປະກາດທຸກໆຂໍ້ມູນຂ່າວສານໃດໆ ເຊິ່ງອາດຈະສົ່ງຜົນສະທ້ອນເຖິງກຽດສັກສີຂອງຄົນອື່ນ ແລະ ສົ່ງຜົນສະທ້ອນເຖິງບັນດາອົງການ. ທ່ານ ວິນໄທ ຍັງໃຫ້ຮູ້ວ່າ: ກອງທັບ ໄທ ຮຽກຮ້ອງໃຫ້ ປະຊາຊົນຄວນມີຄວາມໄວ້ເນື້ອເຊື່ອໃຈຕໍ່ກອງທັບ, ພິເສດແມ່ນໃນສະພາບການພວມເຄັ່ງຮ້ອນຄືປະຈຸບັນ. ຍາມໃດກອງທັບກໍຈົ່ງຮັກພັກດີກັບໜ້າທີ່ປົກປັກຮັກສາປະເທດຊາດ ແລະ ຮັບໃຊ້ປະຊາຊົນໃຫ້ດີສຸດຕາມຄວາມສາມາດຂອງຕົນ.