ກອງບັນຊາການທະຫານປ້ອງກັນຊາຍແດນຮັບ ຊຸດເອກະສານແຜນທີ່ : ຮ່ວາງຊາ ແລະ ເຈືອງຊາ

   ກອງບັນຊາການທະຫານປ້ອງກັນຊາຍແດນຮັບ ຊຸດເອກະສານແຜນທີ່ : ຮ່ວາງຊາ ແລະ ເຈືອງຊາ - ảnh 1
ການ​ນຳກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​​ມອບ​ຊຸດ​ເອ​ກະ​ສານ​ແຜນ​ທີ່ : ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈອງ​ຊາ​ຂອງ​ຫວຽດ​ນາມໃຫ້​ແກ່ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ

(vovworld)- ຕອນ​ເຊົ້າ​ວັນ​ທີ 2/3, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ມອບ​ຊຸດ​ເອ​ກະ​ສານ​ແຜນ​ທີ່ : ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ ໃຫ້​ແກ່ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ເຈອງ​ມິນ​ຕ້ວນ ໄດ້​ມອບ​ເອ​ກະ​ສານ​ແຜນ​ທີ່ 180 ແຜ່ນ​ໃຫ້​ແກ່ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ. ນີ້​ແມ່ນ​ຊຸດ​ເອ​ກະ​ສານ​ທີ່​ຫາ​ຍາກ, ຖືກ​ຮວບ​ຮ່ວມ​ຈາກ​ບັນ​ດາ​ແຫຼ່ງ​ເອ​ກະ​ສານ​ທີ່​ໄດ້​ປະ​ກາດ​ຈາກ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ເປັນ​ໜ້າ​ສົນ​ໃຈ​ແມ່ນ​ໃນ​ນັ້ນ, ມີ​ພະ​ລາຊະ​ດຳ​ລັດ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ບັນ​ຫາ​ຂຸດ​ຄົ້ນ, ຄຸ້ມ​ຄອງ, ກຳ​ນົດ ແລະ ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈືອງ​ຊາ​ຂອງ​ຫວຽດ​ນາມໃນ ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ( 1802 – 1945) . ນອກ​ຈາກນັ້ນ, ມີ​ເອ​ກະ​ສານຫຼາຍ​ສະ​ບັບ​ໂດຍບັນ​ດາປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ ແລະ ປະ​ເທດ​ຈີນ​ເອງປະ​ກາດນັ້ນ, ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ : ຈີນບໍ່​ມີ​ອະ​ທິ​ປະ​ໄຕ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈອງ​ຊາ.

ຂ່າວ/ບົດ​ອື່ນ