(vovworld) – ວັນທີ 08/11, ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດເວທີປາໄສຮ່ວມມືດ້ານເສດຖະກິດອາຊີ - ປາຊີຝິກ (APEC) ຄັ້ງທີ 21 ສືບຕໍ່ເຮັດວຽກເປັນມື້ທີ 2 ແລະ ກໍ່ແມ່ນມື້ເຮັດວຽກສຸດທ້າຍ. ບັນດາລັດຖະມົນຕີໄດ້ຮັບຟັງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ສະເໜີກ່ຽວກັບສະພາບຜັນຂະຫຍາຍ “ບ້ວງເງິນ Bali” ເຊິ່ງກອງປະຊຸມລັດຖະມົນຕີ WTO ຄັ້ງທີ 9 ໄດ້ຮັບຮອງເອົາເມື່ອເດືອນ 12/2013. ຄະນະເລຂາ APEC ກໍ່ລາຍງານກອງປະຊຸມກ່ຽວກັບໝາກຜົນການຜັນຂະຫຍາຍການເຄື່ອນໄຫວໃນປີ 2014. ກອງປະຊຸມເຫັນດີເພີ່ມທະວີການປະກອບສ່ວນຂອງ APEC ເຂົ້າໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຮ່ວມືສຳພັນ ແລະ ເຊື່ອມຕໍ່ພາກພື້ນ, ປະຕິຮູບເສດຖະກິດ ແລະ ການເຕີບໂຕ…
ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີໃຫ້ບັນດາປະເທດສະມາຊິກ APEC ຕ້ອງສືບຕໍ່ມານະພະຍາຍາມເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃນເຊິ່ງກັນ ແລະ ກັນຍົກສູງຄວາມຮັບຜິດຊອບຕໍ່ບັນດາຄວາມສົນໃຈ ແລະ ຜົນປະໂຫຍດລວມ, ຮັບປະກັນຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ… ພ້ອມກັນນັ້ນ, APEC ຕ້ອງສືບຕໍ່ຍູ້ແຮງຈີນຕະນາການເປີດກ່ຽວກັບການຮ່ວມມື ແລະ ຮ່ວມສຳພັນໃນພາກພື້ນ, ເສີມຂະຫຍາຍບົດບາດໃນການສ້າງໂຄງປະກອບພາກພື້ນທີ່ໝັ້ນຄົງ, ກະຈ່າງແຈ້ງ, ຕອບສະໜອງຈຸດໝາຍລວມແມ່ນສັນຕິພາບ, ສະຖຽນລະພາບ ແລະ ວັດນະນາຖາວອນ ກໍ່ຄືຜົນປະໂຫຍດອັນຊອບທຳຂອງບັນດາພື້ນຖານເສດຖະກິດສະມາຊິກ.