(vovworld) - ແຕ່ວັນທີ 15-16/3, ຢູ່ ນະຄອນຫຼວງມານີລາ, ປະເທດຟີລິບປີນ, ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ ອາວຸໂສ ອາຊຽນ (ASEAN SOM) ແລະ ກອງປະຊຸມທາບທາມຄຳເຫັນລວມ ອາຊຽນ (JCM). ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ASEAN ຫວຽດນາມ, ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.
ບັນດາກອງປະຊຸມໃນຄັ້ງນີ້ໄດ້ກວດກາ ແລະ ສຳເລັດລາຍການເຄື່ອນໄຫວ, ໂຄງການດຳເນີນງານ ແລະ ບັນຊີລາຍຊື່ບັນດາເອກສານທີ່ຈະໄດ້ຍື່ນສະເໜີ ຕໍ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 30, ເຊິ່ງຈະຈັດຕັ້ງໃນລະຫວ່າງວັນທີ 26-29/4/2017 ຢູ່ ມານີລາ, ຟີລິບປີນ, ຮັບຮອງເອົາ. ຄາດຄະເນວ່າ, ການນຳບັນດາປະເທດອາຊຽນ ຈະແລກປ່ຽນກ່ຽວກັບສະພາບສາກົນ ແລະ ພາກພື້ນ, ຄວາມຄືບໜ້າໃນການກໍ່ສ້າງ ປະຊາຄົມ ອາຊຽນ, ການພົວພັນກັບບັນດາຄູ່ຮ່ວມມືພາຍນອກ, ການກຳນົດທິດຮ່ວມມື ກໍ່ຄື ບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈອື່ນ.
ໃນການແລກປ່ຽນກ່ຽວກັບບັນດາການຜັນແປໃໝ່ໃນພາກພື້ນ, ບັນດາ ເຈົ້າໜ້າທີ່ ຂັ້ນສູງອາຊຽນ ໄດ້ປຶກສາຫາລືກ່ຽວກັບວິວັດທະນາການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ຕາມນັ້ນແລ້ວ, ບັນດາປະເທດເຫັນດີເປັນເອກະພາບເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງເລື່ອງເຊີດຊູ ແລະ ຮັກສາຄວາມສາມັກຄີ, ບົດບາດໃຈກາງ ກໍ່ຄື ວິທີການຂອງອາຊຽນໃນການກໍ່ສ້າງ COC; ພ້ອມທັງສືບຕໍ່ຍູ້ແຮງ ທາບທາມຄຳເຫັນ ກັບ ຈີນ, ກ່ອນອື່ນໝົດແມ່ນຕ້ອງສູ້ຊົນໃຫ້ສຳເລັດກອບນິຕິກຳ COC ໃນປີ 2017. ໃນວິວັດທະນາການນີ້, ບັນດາປະເທດຢືນຢັນວ່າຄວນສືບຕໍ່ປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ປະຕິບັດບັນດາມາດຕະການສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ສະກັດກັ້ນການປະທະກັນ.
ຄຽງຂ້າງນັ້ນ, ໃນຂອບເຂດກອງປະຊຸມ, ບັນດາເຈົ້າໜ້າທີ່ ອາວຸໂສອາຊຽນ SOM ແລະ ບັນດາ ເຈົ້າໜ້າທີ່ ອາວຸໂສເສດຖະກິດອາຊຽນ (SEOM) ໄດ້ແລກປ່ຽນ ຫຼາຍເນື້ອໃນຂຶ້ນກັບຂອບເຂດຄວາມຮັບຜິດຊອບຄື: ສຳຫຼວດກວດກາຄືນຄວາມຄືບໜ້າໃນການຜັນຂະຫຍາຍບັນດາແຜນການ ສັງລວມ ສ້າງປະຊາຄົມ, ຮັດແຄບຊ່ອງຫວ່າງການພັດທະນາ, ເພີ່ມທະວີການເຊື່ອມຕໍ່ກໍ່ຄືວິທີການປັບປຸງກົງຈັກ, ກົນໄກການເຄື່ອນໄຫວ ແລະ ຍົກສູງປະສິດທິຜົນ ໃນການສົມທົບກັນລະຫວ່າງບັນດາເສົາຄ້ຳປະຊາຄົມ.