(VOVWORLD) - ຕອນເຊົ້າວັນທີ 21 ຕຸລາ, ທີ່ນະຄອນ ໂຮ່ຈີມິນ ໄດ້ໄຂກອງປະຊຸມສະຫະສະມາຄົມບັນດາເຂດສວນສາທາລະນະວິທະຍາສາດອາຊີຄັ້ງທີ 21 (ASPA 21) ປະຈຳປີ.
ທ່ານ ຫງວຽນແທງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ |
ນີ້ແມ່ນຄັ້ງທີ 2 ທີ່ນະຄອນ ໂຮ່ຈີມິນ ເປັນເຈົ້າພາບຈັດຕັ້ງກອງປະຊຸມນີ້. ກອງປະຊຸມ ASPA 21 ມີການເຂົ້າຮ່ວມຂອງຜູ້ແທນກ່ວາ 300 ທ່ານ, ໃນນັ້ນ ມີຜູ້ແທນຫລາຍທ່ານທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ອີຣານ, ອາເມລິກາ, ລັດເຊຍ, ສິງກະໂປ…ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນແທງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວວ່າ:
“ນະຄອນໃຫ້ຄຳໝັ້ນສັນຍາປະຕິບັດບັນດາກົນໄກນະໂຍບາຍທີ່ໄດ້ວາງອອກຢ່າງສະເໝີຕົ້ນສະເໝີປາຍ, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງລັດຖະບານເອເລັກໂຕນິກ, ນະຄອນສະຫລາດ, ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບຽບການບໍລິຫານ, ນຳການຂາຍປະມູນລາຄາ, ການປະມູນ ກາຍເປັນວິທີການ ເພື່ອຈັດແບ່ງບັນດາແຫຼ່ງກຳລັງຂອງນະຄອນ”.