ກອງ​ປະ​ຊຸມ COP26: ປະ​ກາດ​ຮ່າງ​ຖະ​ແຫຼງ​ການ​ຮ່ວມ

(VOVWORLD) -ຮ່າງຖະແຫຼງການໄດ້ຮຽກຮ້ອງໃຫ້ບັນດາປະເທດ ເພີ່ມທະວີບັນດາຄາດໝາຍຫຼຸດຜ່ອນການປ່ອຍອາຍພິດ ໃນທ້າຍປີ 2022 ແລະ ເປັນຄັ້ງທຳອິດ, ທີ່ຮຽກຮ້ອງໃຫ້ ຄ່ອຍໆລົບລ້າງຖ່ານຫີນ ແລະ ບັນດາບ້ວງເງິນໜູນຊ່ວຍ ເຊື້ອເພີງຟອກຊິວ. 
ກອງ​ປະ​ຊຸມ COP26: ປະ​ກາດ​ຮ່າງ​ຖະ​ແຫຼງ​ການ​ຮ່ວມ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ COP26 (ພາບ: TTXVN)

ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ໄດ້ດຳເນີນຢູ່ Glasgow, Scotland (ລາຊະອານາຈັກອັງກິດ) ກ້າວເຂົ້າສູ່ ໄລຍະເຈລະຈາໃໝ່ ພາຍຫຼັງຮ່າງຖະແຫຼງການຮ່ວມຂອງ ກອງປະຊຸມ ສະບັບທຳອິດ ໄດ້ປະກາດໃນວັນທີ 10 ພະຈິກ. ຮ່າງຖະແຫຼງການສະບັບນີ້, ໂດຍປະເທດເຈົ້າພາບຈັດຕັ້ງ COP26 ອັງກິດ ປະກາດ ຈະຕ້ອງໄດ້ຮັບການເຈລະຈາ ແລະ ເຫັນດີເປັນເອກະພາບຈາກບັນດາປະເທດເຂົ້າຮ່ວມກອງປະຊຸມ.

ຮ່າງຖະແຫຼງການໄດ້ຮຽກຮ້ອງໃຫ້ບັນດາປະເທດ ເພີ່ມທະວີບັນດາຄາດໝາຍຫຼຸດຜ່ອນການປ່ອຍອາຍພິດ ໃນທ້າຍປີ 2022 ແລະ ເປັນຄັ້ງທຳອິດ, ທີ່ຮຽກຮ້ອງໃຫ້ ຄ່ອຍໆລົບລ້າງຖ່ານຫີນ ແລະ ບັນດາບ້ວງເງິນໜູນຊ່ວຍ ເຊື້ອເພີງຟອກຊິວ. ຮ່າງຖະແຫຼງການໄດ້ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍ ຈຳກັດການເພີ່ມອຸນຫະພູມ ທົ່ວໂລກ ຢູ່ໃນລະດັບ 1,5 ອົງສາ C ຕາມສັນຍາ ປາຣີ, ຕ້ອງມີການກະທຳທີ່ມີຄວາມໝາຍ ແລະ ມີປະສິດທິຜົນໃນ “ທົດສະວັດສຳຄັນນີ້” ແລະ ຮຽກຮ້ອງໃຫ້ ບັນດາປະເທດ, ໃນທ້າຍປີ 2022, ຈົ່ງຍົກອອກຍຸດທະສາດຍາວໄກ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງໃນລະດັບ 0, ພ້ອມທັງ “ພິຈາລະນາ ແລະ ປັບປຸງຄືນ” ບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດໃນປີ 2030 ໃນບັນດາແຜນການແຫ່ງຊາດ ເພື່ອເໝາະສົມກັບ ເປົ້າໝາຍຂອງສົນທິສັນຍາ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ