(vovworld) – ວັນທີ 22/5, ກຸ່ມ “ບັນດາເພື່ອນມິດຂອງ ຊີຮີ” ລວມມີ ອາເມລິກາ ແລະ 10 ປະເທດພັນທະມິດ ອາຣັບ ແລະ ເອີລົບ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງ Amman ຂອງ ຈໍແດນ. ກອງປະຊຸມ ໄດ້ດຳເນີນໄປໃນວັນທີ 22 – 23/5, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ພ້ອມກັບລັດຖະມົນຕີການຕ່າງປະເທດ 10 ປະເທດຄື: ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ, ຈໍແດນ, ອີຢິບ, Qatar, ອາຣັບ ຊາອຸດີ, ເຕິກກີ ແລະ ອາຣັບເອມີເຣັດຢູໄນເຕັດ.
ຕາມແຈ້ງການໜັງສືພິມພາຍຫຼັງເຈລະຈາມາເປັນເວລາ 5 ຊົ່ວໂມງ, ລັດຖະມົນຕີການຕ່າງປະເທດຂອງ 11 ປະເທດ ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີ ຊີຣີ Bashar al – Assad ປະລະສິດອຳນາດເພື່ອຢຸດຕິສະພາບການໃຊ້ຄວາມຮຸນແຮງໃນປະຈຸບັນ ແລະ ຈັດຕັ້ງການເຈລະຈາເພື່ອສ້າງຕັ້ງລັດຖະບານໄລຍະຂ້າມຜ່ານຢຸູ່ ຊີຣີ. ບັນດາປະເທດດັ່ງກ່າວກໍ່ຖືວ່າ: ຈຳເປັນຕ້ອງກຳນົດເວລາ ເພື່ອໃຫ້ລັດຖະບານໄລຍະຂ້າມຜ່ານໃໝ່ຢູ່ ຊີຣີ ສາມາດຄວບຄຸມສິດອຳນາດໄດ້, ບັນດາກຳລັງກອງທັບ, ຕຳຫຼວດ ແລະ ກົງຈັກສືບລາຊະການລັບ. ຖະແຫຼງການຂອງກຸ່ມ “ບັນດາເພື່ອນມິດຂອງ ຊີຣີ” ໄດ້ຊີ້ແຈ້ງວ່າ: ຖ້າຫາກລັດຖະບານຂອງທ່ານປະທານາທິບໍດີ Assad ປະລາໄຊໃນການບັນລຸຂໍ້ຕົກລົງມອບໂອນສິດອຳນາດ ອາເມລິກາ ພ້ອມກັບບັນດາປະເທດພັນທະມິດຝ່າຍຕາເວັນຕົກ ຈະສືບຕໍ່ສະໜັບສະໜູນຝ່າຍຄ້ານຈົນຮອດເວລາໃດລັດຖະບານໄລຍະຂ້າມຜ່ານໄດ້ຮັບການສ້າງຕັ້ງຂຶ້ນ.