ກອງປະຊຸມ ”ບັນດາເພື່ອນມິດຂອງຊີຮີ”ອອກຖະແຫຼງການຮ່ວມ
(ພາບ: AP)
(vovworld) - ວັນທີ 6/7, ກອງປະຊຸມ ”ບັນດາເພື່ອນມິດຂອງຊີຮີ”, ເຊິ່ງຈັດຕັ້ງຂຶ້ນຢູ່ຝລັ່ງ ດ້ວຍການເຂົ້າຮ່ວມຂອງຜູ້ຕ່າງໜ້າ 100 ປະເທດ, ໄດ້ອອກຖະແຫຼງການສຸດທ້າຍ, ຮຽກຮ້ອງໃຫ້ໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດມີມະຕິຈັດວາງບັນດາມາດຕະການລົງໂທດ, ບັງຄັບໃຫ້ຊີຮີ ຕ້ອງຮັບຮູ້ແຜນການມອບໂອນອຳນາດ. ຖະແຫຼງການໄດ້ຮຽກຮ້ອງໃຫ້ປະທານາທິບໍດີຊີຮີ ທ່ານ Bashar al – Assad ລາອອກຈາກຕຳ ແຫນ່ງ. ກອງປະຊຸມກໍ່ເຫັນດີເປັນເອກະພາບ ເພີ່ມທະວີການຊ່ວຍເຫຼືອດ້ວຍຂະໜາດໃຫຍ່ໃຫ້ແກ່ຝ່າຍຄ້ານຊີຮີ. ຖະແຫຼງການຍັງໃຫ້ຮູ້ວ່າ, Maroc ຈະເປັນປະທານຈັດກອງປະຊຸມ ”ບັນດາເພື່ອນມິດຂອງຊີຮີ” ຄັ້ງຕໍ່ໄປ, ໃນນັ້ນອີຕາລີຖະແຫຼງ ພ້ອມແລ້ວທີ່ຈະຈັດກອງປະຊຸມຄັ້ງຕໍ່ຈາກນັ້ນ.