ກອງປະຊຸມ “ ເພື່ອນມິດຂອງຊີຣີ ” ອອກຖະແຫຼງການຮຽກຮ້ອງຊີຣີ ຢຸດຕິ ການໃຊ້ຄວາມຮຸນແຮງ

ກອງປະຊຸມ “ ເພື່ອນມິດຂອງຊີຣີ ” ອອກຖະແຫຼງການຮຽກຮ້ອງຊີຣີ ຢຸດຕິ ການໃຊ້ຄວາມຮຸນແຮງ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 24/2, ກອງ​ປະຊຸມ “ ບັນດາ​ເພື່ອນ​ມິດ​ຂອງ​ຊີຣີ ”​ໄດ້​ດຳ​ເນີນ​ໄປ​ຢູ່ Tuyniz ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກວ່າ 62 ທ່ານ, ​ໄດ້​ອອກ​ຖະ​ແຫຼ​ງການສຸດ​ທ້າຍ​ຮຽກຮ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໂດຍທັນ​ທີ່​ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ທີ່​ມີ​ຕໍ່ອຳນາດ​ການ​ປົກຄອງຢູ່ຊີຣີ. ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຮັບຮ​ອງກຸ່ມ​ຝ່າຍ​ຄ້ານສະພາ​​ແຫ່ງ​ຊາດ​ຊີຣີ ( SNC ) ​ແມ່ນ​ຜູ້​ຕາງໜ້າ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ​ຊີຣີ, ​ແຕ່​ບໍ່​ມອບ​ໃຫ້​ກຸ່ມ​ດັ່ງກ່າວ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ. ທ່ານ​ປະທານາທິບໍດີ Tuyniz Moncef Marzouki ​ໄດ້​ຖື​ວ່າ ວິທີ​ແກ້​ໄຂ​ດ້ານ​ການ​ເມືອງ​ຄື​ຢູ່ Yemen ​ແມ່ນ​ທິດ​ທາງ​ດຽວ​ເພື່ອ​ຢຸດຕິ​ສະພາບ​ຂາດຄວາມປອດ​ໄພ ​ແລະ ມະນຸດ​ສະ​ທຳ​ເຊິ່ງນັບ​ນື້ນັບ​ຊົ່ວ​ຮ້າຍ​ລົງ​ຢູ່​ຊີຣີ ​ແລະ ສະ​ເໜີ​ມອບ​ສິດ​ຍົກ​ເວັ້ນການ​ດຳ​ເນີນ​ຄະດີ ​ແລະ ຮັບອະນຸຍາດ​ໄປ​ອົບ​ພະຍົບຢູ່​ປະ​ເທດ​ອື່ນໆ, ຍ້ອນ​ສາຍ​ເຫດການ​ເມືອງໃຫ້​ທ່ານ​ປະທານາທິບໍດີ​ຊີຣີ Bachar Al Assad ພ້ອມ​ກັບ​ຄອບຄົວ​ເພື່ອ​​ແລກເອົາ​ເລື່ອງ​ທ່ານ Assad ລາ​ອອກຈາກ​ຕຳ​ແໜ່​ງ​ຂອງ​ຕົນ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ Alain Juppe ​ໃຫ້​ຮູ້​ວ່າ, EU ຈະ​ປິດ​ລ້ອມຊັບ​ຊົມ​ບັດ​ຂອງ​ທະນາຄານ​ສູນ​ກາງ​ຊີຣີ ​ໃນ​ວາລະ​ປະຊຸມ​ຂອງ​ກຸ່ມ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 27/2 ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ