ກອງປະຊຸມ “ເວທີປາໄສບັນດາອົງການອາວະກາດພາກພື້ນອາຊີ - ປາຊີຟິກຄັ້ງທີ 27” ຈະດຳເນີນຢູ່ຮ່າໂນ້ຍໃນທ້າຍເດືອນຕຸລາ 2020
(VOVWORLD) -ໂດຍຄາດຄະເນວ່າກອງປະຊຸມຈະມີການເຂົ້າຮ່ວມຂອງບັນດາອົງການອາວະກາດທີ່ມາຈາກບັນດາປະເທດຄື: ຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ…
ກະຊວງວິທະຍາສາດ ແລະ ອຸດສາຫະກຳ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສບັນດາອົງການອາວະກາດ ພາກພື້ນ ອາຊີ - ປາຊີຟິກ (APRSAF - 26) ຢູ່ຍີ່ປຸ່ນ (ພາບ: : most.gov.vn) |
ກອງປະຊຸມໂດຍສະຖາບັນບັນດິດວິທະຍາສາດແລະເຕັກໂນໂລຢີຫວຽດນາມສົມທົບກັບກະຊວງສຶກສາ, ວັດທະນະທຳ, ວິທະຍາສາດແລະເຕັກໂນໂລຢີ ຍີ່ປຸ່ນ (MEXT) ແລະອົງການພະຈົນໄພການບິນອາວະກາດຍີ່ປຸ່ນ (JAXA) ຈັດຕັ້ງ.
ດ້ວຍຫົວຂໍ້ “ອາວະກາດກັບປະຊາຄົມ: ເປີດກ້ວາງການສຳຜັດແລະຜົນປະໂຫຍດ”, ກອງປະຊຸມຈະຈັດຕັ້ງວາລະປະຊຸມຂອງ 4 ອານຸກຳມະການດ້ານວິຊາສະເພາະແລະບັນດາເຫດການຢູ່ນອກກອງປະຊຸມທີ່ເປັນປະເພນີຄື: ການແຂ່ງຂັນປະດິດສ້າງລູກສອນໄຟໃນນ້ຳລະດັບພາກພື້ນອາຊີ - ປາຊີຟິກ, ການແຂ່ງຂັນອອກແບບ Poster ຂ່ຳນັບຮັບຕ້ອນກອງປະຊຸມດ້ວຍຫົວຂໍ້ “ສັນຕິພາບໃນຍ່ານອາວະກາດ”.