ກອງປະຊຸມCOP-20ບັນລຸໄດ້ຂໍ້ຕົກລົງແມ່ໃຫ້ສົນທິສັນຍາດິນຟ້າອາກາດທົ່ວໂລກ
ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ເປຣູ, ປະທານ COP 20 ທ່ານ Manuel Pulgar-Vidal (ກາງ)
(ພາບ: Kyodo/TTXVN)
(vovworld) – ວັນທີ 14/12, ກອງປະຊຸມດິນຟ້າອາກາດ ສປຊ (COP 20) ຖືກອັດລົງຢູ່ນະຄອນຫຼວງ Lima, ເປຣູ, ດ້ວຍໝາກຜົນບັນລຸໄດ້ຂໍ້ຕົກລົງແມ່ໃຫ້ຄຳໝັ້ນສັນຍາຫລຸດຜ່ອນອາຍແກັດກໍ່ມົນລະພິດເຮືອນແກ້ວ. ຕາມຂໍ້ຕົກລົງທີ່ຫາກໍ່ໄດ້ຮັບຮອງເອົາແລ້ວ, 190 ປະເທດເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCC) ຕ້ອງຮັບຮອງເອົາບັນດາໂຄງການແຫ່ງຊາດເພື່ອແນໃສ່ຫລຸດຜ່ອນມົນລະຜິດເຮືອນແກ້ວເຖິງເວລາບໍ່ເປັນທາງການແມ່ນວັນທີ 31/5/2015 ແລະ ບັນດາປະເທດສະມາຊິກຈະຕ້ອງເພີ່ມເຕີມບົດລາຍງານສະບັບໜຶ່ງໃນວັນທີ 1/11/2015 ເພື່ອຕີລາຄາກ່ຽວກບັນດາຄວາມມານະພະຍາຍາມຂອງຕົນເພື່ອແນໃສ່ບັນລຸຈຸດໝາຍບໍ່ໃຫ້ອຸນຫະພູມຂອງໜ່ວຍໂລກເພີ່ມຂຶ້ນເກີນ 2 ອົງສາ ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ. ນີ້ແມ່ນກອງປະຊຸມສຸດທ້າຍກ່ອນກຳນົດເວລາສຸດທ້າຍເພື່ອບັນລຸສັນຍາສະບັບໃໝ່ກ່ຽວກັບດິນຟ້າອາກາດທີ່ຮອບປຶກສາຫາລືໃນປີໜ້າຢູ່ ຝຣັ່ງ, ແທນໃຫ້ສົນທິສັນຍາ ໂຕກຽວ ທີ່ຈະໝົດກຳນົດເວລາໃນປີ 2020.