(vovworld) - ມຸ່ງໄປເຖິງຂໍ້ຕົກລົງປະຫວັດສາດເພື່ອແນໃສ່ຫລຸດຜ່ອນປະລິມານອາຍແກັດກໍ່ມົນລະພິດເຮືອນແກ້ວ - ເຊິ່ງແມ່ນສາຍເຫດເຮັດໃຫ້ໜ່ວຍໂລກອູ່ນຂຶ້ນ, ວັນທີ 1/12, ບັນດາເຈົ້າໜ້າທີ່ທີ່ມາຈາກ 196 ປະເທດ ແລະ ເຂດແຄ້ວນໃນໂລກເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCC), ພື້ນຖານຂອງອະນຸສັນຍາ Kyoto 1997, ມີໜ້າຢູ່ນະຄອນຫຼວງ Lima, ປະເທດ Peru, ເຂົ້າຮ່ວມກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 20 (COP 20). ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານເລຂາທິການບໍລິຫານ UNFCC Christiana Figueres ຢັ້ງຢືນວ່າ: ບັນດາໄພອັນຕະລາຍຈາກສະພາບການປ່ຽນແປງຂອງດິນຟ້າອາກາດກໍຄືຜົນກະທົບຫຍໍ້ທໍ້ຂອງມັນຈະແຈ້ງກ່ວາເວລາໃດໝົດ. ໂລກກໍ່ບໍ່ເຄີຍເຫັນປະຈັກຕາຄວາມມຸ່ງຫວັງເຄື່ອນໄຫວເພື່ອສະພາບແວດລ້ອມທີ່ມາຈາກທຸກໆພາກສ່ວນໃນປະຊາຄົມຄືປະຈຸບັນ. ກອງປະຊຸມແກ່ຍາວເປັນເວລາ 12 ວັນ ແລະ ບັນດາຜູ້ແທນຈະປຶກສາຫາລືບັນດາມາດຕະການກໍ່ຄືຍົກອອກບັນດາຄຳໝັ້ນສັນຍາປົກປັກຮັກສາສິ່ງແວດລ້ອມທີ່ພວມຖືກທຳລາຍຢ່າງໜັກໜ່ວງຍ້ອນຜົນກະທົບຂອງມະນຸດ.