(vovworld) - ວັນທີ 06/12, ຕີລາຄາກ່ຽວກັບສັບປະດາເຈລະຈາທຳອິດ ໃນຂອບເຂດກອງປະຊຸມຄັ້ງທີ 21 ສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 21), ຖືກດຳເນີນຢູ່ປາຣີ, ປະເທດຝລັ່ງ, ແຕ່ວັນທີ 30/11, ທ່ານປະທານາທິບໍດີຝລັ່ງ Francois Hollande ຊີ້ແຈ້ງວ່າ ປະຈຸບັນ ບັນດາການເຈລະຈາຍັງບໍ່ທັນສິ້ນສຸດ, ແລະ ພວມກ້າວເຂົ້າສູ່ໄລຍະຕົກລົງ. ຕາມທ່ານປະທານາທິບໍດີຝລັ່ງແລ້ວ, ຝ່າຍຕ່າງໆພວມສືບຕໍ່ຊອກຫາວິທີປະນິປະນອມ ແລະ ສິ່ງດັ່ງກ່າວຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ. ພາຍຫຼັງສັບປະດາທຳອິດ, ຝ່າຍຕ່າງໆໄດ້ເປັນເອກະພາບໂດຍພື້ນຖານຮັບຮອງເອົາຮ່າງສັນຍາທົ່ວໂລກກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄາດໝາຍຕົ້ນຕໍແມ່ນຈຳກັດການເພີ່ມອຸນຫະພູມທົ່ວໂລກເຖິງປີ 2100 ແມ່ນ 2 ອົງສາ. ແຕ່ວ່າ, ບັນດາຝ່າຍເຂົ້າຮ່ວມ COP 21 ຍັງບໍ່ທັນເປັນເອກະພາບນຳກັນຈະເຮັດແນວໃດເພື່ອປະຕິບັດຄາດໝາຍດັ່ງກ່າວໃຫ້ໄດ້. ສະນັ້ນ, ຄາດໝາຍຈຳກັດລະດັບເພີ່ມອຸນຫະພູມຂອງໜ່ວຍໂລກອາດຈະຫຼຸດລົງ 1,5 ອົງສາ.