ກອງປະຊຸມShangri La ສຸມໃສ່ສະພາບການ ຢູ່ທະເລຕາເວັນອອກ


ກອງປະຊຸມShangri La ສຸມໃສ່ສະພາບການ ຢູ່ທະເລຕາເວັນອອກ - ảnh 1

ທ່ານ​ຟຸ່ງກວາງ​ແທງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ

 ​ແລະ ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​​ເທດຝະລັ່ງ Jean Yves Le Drian

(ພາບ: doctin360.net)

(vovworld)- ວັນ​ທີ 1/6, ​ກອງ​ປະຊຸມ Shangri La ​ໄດ້​ກ້າວ​ເຂົ້າສູ່​ມື້​ເຮັດ​ວຽກ​ທີ 3 ​ແລະ ກໍ່​ແມ່ນ​ມື້​ເຮັດ​ວຽກ​ສຸດ​ທ້າຍ. ​ໃນ​ມື້​ເຮັດ​ວຽກ​ທີ 2, ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກກ່ຽວຂ້ອງ​ເຖິງບັນດາ​ການ​ກະທຳພຽງ​ລຳພັງ​ຝ່າຍ​ດຽວ, ລະ​ເມີດ​ກົດໝາຍ​ສາກົນ​ຂອງ​ຈີນ ​ແມ່ນ 1 ​ໃນ​ບັນດາ​ຫົວ​ເລື່ອງ​ຕົ້ນຕໍ່​ໃນ​ການ​ປຶກສາ​ຫາລື​ຄັ້ງຕ່າງໆ. ທ່ານ Chuck Hagel ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ ​ເນັ້ນຫນັກ​ວ່າ: ອາ​ເມ​ລິ​ກາ ​ຄັດຄ້ານ​ທຸກ​ການ​ກະທຳ​ກໍ່​ຄວາມ​ກີດຂວາງ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

  ຢູ່​ນອກ​ກອງ​ປະຊຸມ, ວັນ​ທີ 31/5, ທ່ານ​ຟຸ່ງກວາງ​ແທງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ Chuck Hagel, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​​ເທດຝະລັ່ງ Jean Yves Le Drian ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອັງກິດ Phillip Hammond. ທີ່​ການ​ພົບ​ປະລະ​ຫວ່າງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ-ອາ​ເມ​ລິ​ກາ, ສອງ​ຝ່າຍເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ເຄົ​າລົບ​ກົດໝາຍ​ສາກົນ​ກໍ່​ຄື​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

  ທີ່​ການ​ພົບ​ປະສະ​ເພາະລະ​ຫວ່າງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ-ອັງກິ​ດ ​ແລະ ຫວຽ​ດນາມ-ຝະລັ່ງ, ຄູ່​ຮ່ວມ​ມື​ອັງກິດ ​ແລະ ຝະລັ່ງ ​ລ້ວນ​ແຕ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ນັບ​ແຕ່​ຈີນ​ ໄດ້ຕັ້ງຮ້ານເຈາະ ນ້ຳມັນ​ໄຮ​ຢາງ 981 ຢ່າງຜິດກົດໝາຍໃນເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫ່ລທະ​ຫວີ​ບຂອງຫວຽດນາມ. ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອັງກິ​ດ Phillip Hammond ຮຽກຮ້ອງ​ໃຫ້​ສອງ​ຝ່າຍ ຈົ່ງ​ປະຕິບັດ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ຄັດຄ້ານ​ການ​ນຳ​​ໃຊ້ກຳລັງ​ປະກອບ​ອາວຸດ. ສ່ວນທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຝະລັ່ງ Jean Yves Le Drian ​ໄດ້​ສະ​ແດງ​ການ​ສະ​ຫນັບ​ສະ​ໜູນ​ຕໍ່​ເລື່ອງ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນຕິ​ວິທີ./.

ຂ່າວ/ບົດ​ອື່ນ