ກອງ​ປະ​ຊຸ​ມການ​ຕ່າງ​ປະ​ເທດ​ທົ່ວ​ປະ​ເທດ​: ຫາງ​ສຽງ​ສາ​ກົນ​ຕີ​ລາ​ຄາ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

(VOVWORLD) -ການຜັນຂະຫຍາຍການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໄດ້ສ້າງຍຸດທະສາດການຕ່າງປະເທດທີ່ມີສະຖຽນລະພາບ, ຊ່ວຍ ຫວຽດນາມ ແກ້ໄຂສະພາບການໃນປະຫວັດສາດທີ່ມີການແກ້ງແຍ້ງຢ່າງດຸເດືອດລະຫວ່າງບັນດາປະເທດໃຫຍ່, ໂດຍສະເພາະແມ່ນສຳລັບ ອາເມລິກາ ແລະ ຈີນ ຢູ່ພາກພື້ນ ອາຊີ - ປາຊີຟິກ.
ກອງ​ປະ​ຊຸ​ມການ​ຕ່າງ​ປະ​ເທດ​ທົ່ວ​ປະ​ເທດ​: ຫາງ​ສຽງ​ສາ​ກົນ​ຕີ​ລາ​ຄາ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ - ảnh 1ທ່ານປະລິນຍາເອກ Takashi Hosoda, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບ ຫວຽດນາມ ແລະ ພາກພື້ນ ອາຊີ - ປາຊີຟິກ (ພາບ: TTXVN)

  ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ Praha ເນື່ອງໃນໂອກາດ ຫວຽດນາມ ຈັດຕັ້ງກອງປະຊຸມການຕ່າງປະເທດທົ່ວປະເທດໃນວັນທີ 15 ທັນວາ, ທ່ານປະລິນຍາເອກ Takashi Hosoda, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບ ຫວຽດນາມ ແລະ ພາກພື້ນ ອາຊີ - ປາຊີຟິກ, ມະຫາວິທະຍາໄລສັງລວມ Charles (ສ. ເຊັກໂກ) ໄດ້ຕີລາຄາສູງນະໂຍບາຍການຕ່າງປະເທດ ແລະ ຜົນງານສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ. ທ່ານປະລິນຍາເອກ Hosoda ໃຫ້ຂໍ້ສັງເກດວ່າ ການຜັນຂະຫຍາຍການພົວພັນຕ່າງປະເທດຫຼາຍຝ່າຍໄດ້ສ້າງຍຸດທະສາດການຕ່າງປະເທດທີ່ມີສະຖຽນລະພາບ, ຊ່ວຍ ຫວຽດນາມ ແກ້ໄຂສະພາບການໃນປະຫວັດສາດທີ່ມີການແກ້ງແຍ້ງຢ່າງດຸເດືອດລະຫວ່າງບັນດາປະເທດໃຫຍ່, ໂດຍສະເພາະແມ່ນສຳລັບ ອາເມລິກາ ແລະ ຈີນ ຢູ່ພາກພື້ນ ອາຊີ - ປາຊີຟິກ.

        ທ່ານ Rolf Schulze ປະທານສະມາຄົມເຢຍລະມັນ - ຫວຽດນາມ, ອະດີດເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ (ອາຍຸການ 2007 – 2011) ກໍ່ໄດ້ຕີລາຄາສູງນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນສອງຝ່າຍລະຫວ່າງ ເຢຍລະມັນ ແລະ ຫວຽດນາມ ຈະນັບມື້ນັບພັດທະນາຢ່ງດີງາມກວ່າອີກ.

        ຢູ່ ປັກກິ່ງ, ນັກຂ່າວ ເວີຍເຫວີຍ ຫົວໜ້າພະແນກລາຍການກະຈາຍສຽງພາກພາສາ ຫວຽດ, ວິທະຍຸກະຈາຍສຽງ ແລະ ໂທລະພາບສູນກາງ ຈີນ ກໍໄດ້ຕີລາຄາສູງ ວຽກງານການຕ່າງປະເທດຂອງ ຫວຽດນາມ ເຊັ່ນດຽວກັນ. ທ່ານຖືວ່າ ໃນຍຸກປັດຈຸບັນ, ສາຍພົວພັນຕ່າງປະເທດຂອງ ຫວຽດນາມ ພວມເສີມຂະຫຍາຍບົດບາດຢ່າງໃຫຍ່ຫຼວງ ແລະ ຕັ້ງໜ້າໃນການພັດທະນາເສດຖະກິດ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບກັບພາຍນອກ, ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕຂອງຕົນໄດ້ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ