ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 3 ຂອງບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ

ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 3 ຂອງບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ - ảnh 1
(ພາບ: google.com.vn)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ: ”ຮ່ວມ​ແຮງ​ຮ່ວມ​ໃຈ ​ແລະ ​ໝັ້ນຄົງ”, ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຄັ້ງ​ທີ 3 ຂອງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ (IMM3) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16/2, ຢູ່ ຮ່າ​ໂນ້ຍ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ທີ່​ຕ່າງ​ໜ້າ​ໃຫ້​ລັດຖະບານ 5 ປະ​ເທດ (ຈີນ, ລາວ, ກຳປູ​ເຈຍ, ​ໄທ, ມຽນມາ) ​ແລະ ຜູ້​ຕ່າງ​ໜ້າ​ບັນດາ​ອົງການ​ ການ​ຕ່າງປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ ຂອງ​ຫວຽດນາມ​ຊີ້​ແຈງ​ວ່າ:

”ລັດຖະບານ​ຫວຽດນາມ​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ​ ການ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ຂອງ​ຄະນະ​ເລຂາ, ການ​ໜູນ​ຊ່ວຍ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​​ໃນ​ການ ຮ່ວມ​ມື​ຕໍ່ສູ້, ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ໃນ​ອະນຸພາກ​ພື້ນ​ແມ່​ນ້ຳຂອງ. ລັດຖະບານ​ຫວຽດນາມ​ໝັ້ນ​ໝາຍຈະ​ປະຕິບັດ​​ເນື້ອ​ໃນ​ຖະ​ແຫຼ​ງການ​ຮ່ວມ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຢູ່ ຮ່າ​ໂນ້ຍ ​ແລະ​ຈະ​ຈັດ​ຕັ້ງ​ການ​ປະຕິບັດແຜນການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ​ກໍ່​ຄື​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​​​ໃນເຂດ ​ແລະ ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ ”

​ແລະ​ກໍ່​ຢູ່​ທີ່​ກອງ​ປະຊຸມ, ຜູ້​ຕ່າງ​ໜ້າ​ປະ​ເທດ​ຕ່າງໆ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງ ການ​ຮ່ວມ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມຂອງ​ລັດຖະມົນຕີ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ສະບັບ​ທີ 2 .

ຂ່າວ/ບົດ​ອື່ນ