ກອງປະຊຸມຂັ້ນສູງ G 20
ພາບ:internet
|
(vovworld)-ກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດ ແລະ ຫາກໍ່ພົ້ນເດັ່ນຂຶ້ນ-ຊັ້ນນຳຂອງໂລກ( G20) ກ່ຽວກັບການຕ້ານການສໍ້ລາດບັງຫລວງຖືກໄຂຂຶ້ນໃນວັນທີ 25/4 ຢູ່ນະຄອນຫລວງ ປາຣີ ປະເທດ ຝລັ່ງ ພາຍໃຕ້ການເປັນປະທານຂອງສະຫະພັນລັດເຊຍ, ຊື່ງ ເປັນປະເທດປະທານໝູນວຽນຂອງ G 20. ຕາມບັນດາປະເທດຈັດກອງປະຊຸມແລ້ວ, ການສໍ້ລາດບັງຫລວງແມ່ນສິ່ງກີດຂວາງຕົ້ນຕໍສຳລັບການເຕີບໂຕເສດຖະກິດກໍຄືສິ່ງທ້າທາຍໃຫຍ່ທີ່ມີຕໍ່ບັນດາປະເທດພັດທະນາ ແລະ ພວມພັດທະນາ. ສະນັ້ນ ວຽກງານຕ້ານການສໍ້ລາດບັງຫລວງຮຽກຮ້ອງໃຫ້ຕ້ອງມີວິທີສຳພັດຢ່າງກວ້າງຂວາງ ແລະ ເປັນເອກະພາບ ພ້ອມກັບການຮ່ວມມືຢ່າງຕັ້ງຫນ້າລະຫວ່າງບັນດາລັດຖະບານ ແລະ ວິສາຫະກິດ. ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນຈະປຶກສາຫາລືການໃຫ້ບຸລິມະສິດທີ່ໄດ້ກຳນົດໃນຂອບເຂດແຜນການດຳເນີນງານຂອງກຸ່ມ G 20 ກ່ຽວກັບວຽກງານຕ້ານການສໍ້ລາດບັງຫລວງໄລຍະ 2013 - 2014 ກໍຄືຂໍ້ສະເຫນີຢ່າງເໝາະສົມສຳລັບບັນດາວິສາຫະກິດ ຂອງ G 20.