ກອງປະຊຸມຂັ້ນສູງອາຊຽນ27ອອກຖະແຫຼງການກົວລາລຳເປີ2015ກ່ຽວກັບການສ້າງຕັ້ງປະຊາຄົມອາຊຽນ

ກອງປະຊຸມຂັ້ນສູງອາຊຽນ27ອອກຖະແຫຼງການກົວລາລຳເປີ2015ກ່ຽວກັບການສ້າງຕັ້ງປະຊາຄົມອາຊຽນ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 27 (ອາ​ຊຽນ 27) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວ​ຂ້ອງ​ຖືກດຳ​ເນີນຢູ່​ນະຄອນຫຼວງ ກົວ​ລາ​ລຳ​​ເປີ, ປະ​ເທດ​ມາ​ເລ​ເຊ​ຍ ​ໃນ​ລະຫວ່າງ​ວັນ​ທີ 18 – 22/11, ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​​ເຈ​ລະ​ຈາ. ອາ​ຊຽນ 27 ​ແມ່ນ​ເຫດການ​ສຳຄັນ ​ໃນ​ປີທີ່ ມາ​ເລ​ເຊ​ຍ ​ເປັນ​ປະທານ​ອາ​ຊຽນ 2015, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​​ປະຊາ​ຄົມ​ອາ​ຊຽນ ​ໃນ​ວັນ​ທີ 31/12/2015. ທີ່​ກອງປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ນີ້, ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ​ກົວ​ລາ​ລຳ​ເປ​ີ 2015 ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາຊຽນ, ​ເປັນ​ຂີດ​ໝາຍ​ສຳຄັນ​ຂອງ​ກຸ່ມ ​ໃນ​ໄລຍະ 48 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ພັດທະນາ. ​ເຫດການ​ຈະມີ​ຄວາມ​ປະ​ທັບ​ໃຈ​ກວ່າ ດ້ວຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​​ການ​ນຳບັນດາ​ປະ​ເທດ​ຄູ່​​ເຈລະຈາ​ຂອງ​ອາ​ຊຽນ, ​ໃນ​ນັ້ນ​ມີ​ປະທານາທິບ​ໍດີ​ອາ​ເມ​ລິ​ກາ, ນາຍົກລັດຖະມົນຕີຈີນ, ນາຍົກລັດຖະມົນຕີຍີ່ປຸ່ນ, ປະ​ທາ​ນາ​ທິບໍດີ​ສ.​ເກົາຫຼີ, ນາຍົກລັດ​ຖະມົນຕີ​ອິນ​ເດີ​ຍ…

ຂ່າວ/ບົດ​ອື່ນ