ການເຄື່ອນໄຫວສາສະຫນາພຸດຢູ່ ຫວຽດນາມ
ພບປະກອບ:TTXVN
|
(vovworld)- ກອງປະຊຸມສຳມະນາສາກົນ “ສາສະຫນາພຸດເຂດແມ່ນ້ຳຂອງ: ປະຫວັດສາດ ແລະ ການພັດທະນາ” ໂດຍມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ”, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມີນ ແລະ ສະຖາບັນຄົ້ນຄ້ວາສາສະຫນາພຸດ ຫວຽດນາມ ສົມທົບກັນຈັດຕັ້ງໃນວັນທີ 13-14/11 ຢູ່ ນະຄອນໂຮ່ຈິມີນ. ນີ້ແມ່ນກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບສາສະຫນາພຸດເຂດແມ່ນ້ຳຂອງ ຖືກຈັດຕັ້ງດ້ວຍຂອບຂະຫນາດໃຫຍ່ກວ່າໝູ່ນັບແຕ່ກອ່ນມາຮອດປະຈຸບັນ ດຶງດູດບັນດານັກວິທະຍາສາດ, ນັກຄຸ້ມຄອງ ແລະ ວຽກງານສາສະຫນາ ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ, ໃນນັ້ນ ມີນັກຮຽນຮູ້ 40 ຄົນມາຈາກ ອາເມລິກາ, ຈີນ, ອິນເດຍ, ໄທ, ມຽນມາ, ກຳປູເຈຍ, ລາວ, ສິລັງກາ, ບັງກະລາເທດ..