(vovworld) – ໃນລະຫວ່າງວັນທີ 12 – 13/7, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງການຄ້າໄທ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 1 ຄະນະກຳມະການປະສົມດ້ານການຄ້າລະຫວ່າງຫວຽດນາມ - ໄທ. ທີ່ກອງປະຊຸມ, ສອງຝ່າຍໄດ້ພ້ອມກັນຕີລາຄາສະພາບການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ ແລະ ປຶກສາຫາລືມາດຕະການຕ່າງໆ ເພື່ອເພີ່ມທະວີການຮ່ວມມືໃນຂອບເຂດສອງຝ່າຍ, ບັນດາຂອບເຂດຮ່ວມມືອະນຸພາກພື້ນ ອາຊຽນ, ອາຊຽນ ແລະ ບັນດາເວທີປາໄສເສດຖະກິດສຳຄັນອື່ນອີກ. ສອງຝ່າຍໄດ້ເຫັນດີຍົກອອກຈຸດໝາຍການເຕີບໂຕດ້ານການຄ້າສອງຝ່າຍໄລຍະ 2012 – 2015 ໃຫ້ບັນລຸປະມານ 20%. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ Vu Huy Hoang ໄດ້ນຳສະເໜີບາງມາດຕະການແກ້ໄຂເພື່ອແນໃສ່ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການພັດທະນາສາຍພົວພັນເສດຖະກິດການຄ້າ, ການລົງທຶນສອງຝ່າຍ. ທ່ານລັດຖະມົນຕີ Vu Huy Hoang ເວົ້າວ່າ.
“ກ່ຽວກັບການເຄື່ອນໄຫວສົ່ງເສີມການຄ້າ, ສອງຝ່າຍສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຄົ້ນຄ້ວາຂັ້ນຕ່າງໆ ເພື່ອພ້ອມກັນແລກປ່ຽນ, ຖອດຖອນບົດຮຽນໃນຂົງເຂດສົ່ງເສີມການຄ້າ, ຄຸ້ມຄອງຕະຫຼາດ, ຄຸ້ມຄອງບໍລິຫານການເຄື່ອນໄຫວດ້ານການຄ້າເຂດຊາຍແດນ… ກ່ຽວກັບຂົງເຂດການລົງທຶນ, ສົ່ງເສີມວິສາຫະກິດໄທ ຮ່ວມມືໃນຂົງເຂດອຸດສາຫະກຳ, ໃຫ້ບຸລິມະສິດດ້ານອຸດສາຫະກຳສຳຮອງ, ໂດຍສະເພາະແມ່ນການຜະລິດເຄື່ອງອາໄຫຼ່, ສິ້ນສ່ວນລົດໂອໂຕ, ເຄື່ອນເອເລກໂຕນິກຢູ່ຫວຽດນາມ. ມີຂົງເຂດອື່ນອີກແມ່ນຍູ້ແຮງການສຳຫຼວດຂຸດຄົ້ນນ້ຳມັນອາຍແກັດ, ພະລັງງານໄຟຟ້າ, ສະເໜີຝ່າຍໄທ ສົ່ງເສີມວິສາຫະກິດເຂົ້າຮ່ວມການຄົ້ນຄວ້າ, ລົງທຶນກໍ່ສ້າງໂຮງງານໄຟຟ້າຢູ່ຫວຽດນາມ, ເຂົ້າຮ່ວມຂົງເຂດອຸດສາຫະກຳການປຸ່ງແຕ່ງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ພວກຂ້າພະເຈົ້າມີຄວາມຫວັງຢາກຮ່ວມມືກັບໄທ.”