ກອງປະຊຸມຄັ້ງທີ 10 ສະພາທິດສະດີສູນກາງ

(VOVWORLD) -ວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາທິດສະດີສູນກາງ ໄດ້ດຳເນີນກອງປະຊຸມຄັ້ງທີ 10. ທ່ານ ຫງວຽນຊວນທັ໊ງ, ເລຂາສູນກາງພັກ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ເປັນປະທານກອງປະຊຸມ.

ກອງປະຊຸມຄັ້ງທີ 10 ສະພາທິດສະດີສູນກາງ - ảnh 1 ກອງປະຊຸມຄັ້ງທີ 10 ສະພາທິດສະດີສູນກາງ

(ພາບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືເຮັດແຈ້ງບາງບັນຫາທິດສະດີ - ພຶດຕິກຳຕົວຈິງຮັບໃຊ້ການສ້າງບັນດາຮ່າງເອກະສານທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ຄາດຄະເນສະພາບການ, ກາລະໂອກາດ ແລະ ສິ່ງທ້າທາຍສຳລັບປະເທດຊາດໃນຊຸມປີຈະມາເຖິງ; ທັດສະນະພັດທະນາປະເທດຊາດ; ເປົ້າໝາຍພັດທະນາປະເທດຮອດປີ 2025, ປີ 2030, ວິໄສທັດຮອດປີ 2045. ບັນດາຜູ້ແທນກໍ່ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບົດບາດ, ກຳນົດທິດການພັດທະນາບັນດາຮູບແບບກຳມະສິດ, ບັນດາພາກສ່ວນເສດຖະກິດໃນໄລຍະ 5 ປີ, 10 ປີຈະມາເຖິງ; ການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າ ແລະ ຍຸດຕິທຳສັງຄົມ, ຕິດພັນກັບການພັດທະນາເສດຖະກິດຢ່າງແໜ້ນແຟ້ນ; ການປ່ຽນໃໝ່ການເມືອງຢ່າງຄົບຊຸດ, ເໝາະສົມກັບສະພາບການປ່ຽນແປງໃໝ່ເສດຖະກິດ; ໜ້າທີ່ຈຸດສຸມ ແລະ ບັນດາບາດກ້າວບຸກທະລຸໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ…

        ພາຍຫຼັງກອງປະຊຸມ, ສະພາທິດສະດີສູນກາງ ຈະລວບລວມ, ເລືອກເຟັ້ນບັນດາຄຳເຫັນ ເພື່ອຮັບໃຊ້ໃຫ້ການສ້າງຮ່າງບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ