ກອງປະຊຸມຄັ້ງທີ 11 ຄະນະບໍລິຫານ ງານສະຫະພັນໃຫ່ຍແຮງງານ ຫວຽດນາມ ຊຸດທີ 10

ກອງປະຊຸມຄັ້ງທີ 11 ຄະນະບໍລິຫານ ງານສະຫະພັນໃຫ່ຍແຮງງານ ຫວຽດນາມ ຊຸດທີ 10 - ảnh 1

(ພາບ: laodong.com.vn)

(vovworld)- ຕອນ​ເຊົ້າວັນ​ທີ 2/6, ທ່ານ​ນາງ​ຫງວຽນ​ທິກິມ​ເງິນ, ຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ຄັ້ງທີ 11 ຄະນະ​ບໍລິຫານ​ງານ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ​ຊຸດ​ທີ 10. ທ່ານ​ນາງ​ຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມຫງວຽນ​ທິກິມ​ເງິນ ​ເນັ້ນໜັກ​ວ່າ: ກຳມະບານ​ຂັ້ນຕ່າງໆ​ຄວນ​ສືບ​ຕໍ່​ຊາບ​ຊືມຢ່າງ​ເລິກ​ເຊິ່ງ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫ່ຍພັກ​ທົ່ວ​ປະ​ເທດ​ຊຸດ​ທີ 10 ກ່ຽວ​ກັບ​ຍຸດ​ທະ​ສາດ​ການພັດທະນາ​ເສດຖະກິດ-​ສັງຄົມ ​ໄລຍະ 2011-2020, ມະຕິຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຊີ້​ນຳ, ບໍລິຫານ, ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ປະຕິບັດ​ມະຕິ​ຂອງ​ພັກ​ກ່ຽວ​ກັບ​ການ “ສືບ​ຕໍ່​ກໍ່ສ້າງ​ຊົນ​ຊັ້ນກຳມະກອນ​ຫວຽ​ດນາ​ມ ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”. ທາງ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ຄວນ​ສົມທົບ​ກັບ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮ​ງງານ​…ທ່ານ​ນາງ​ຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃສ່​ໃຈ​ວ່າ: ກຳມະບານ​ຂັ້ນຕ່າງໆ ຕ້ອງ​ເປັນ​ເຈົ້າການ​ກ່ວາ​ອີກ​ໃນ​ວຽກ​ງານ​ປະກອບ​ຄຳ​ເຫັນ​ກໍ່ສ້າງ​ພັກ; ​ເພີ່ມ​ທະວີ​ການຈັດ​ບັນດາ​ການ​ໂອ້​ລົມ​ສົນທະນາ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ກຳມະກອນ, ລັດຖະກອນ, ຜູ້​ອອກ​ແຮ​ຮງງານ, ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນຂອງ​ຊົນ​ຊັ້ນກຳມະກອນ​ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ