ກອງປະຊຸມຄັ້ງທີ 11 ໜ່ວຍປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບເລື່ອງ Timor Leste ຂໍເຂົ້າເປັນສະມາຊິກ ອາຊຽນ
(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
(ພາບ: Minh Nhat)
ວັນທີ 29 ກໍລະກົດ, ໄດ້ຈັດໃຫ້ມີກອງປະຊຸມຄັ້ງທີ 11 ໜ່ວຍປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບເລື່ອງ Timor Leste ຂໍເຂົ້າເປັນສະມາຊິກ ອາຊຽນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມສຸມໃສ່ກວດກາຄືນຄວາມຄືບໜ້າໃນການຜັນຂະຫຍາຍໃນທັງ 3 ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຂອງປະຊາຄົມອາຊຽນ ໃນການພິຈາລະນະ ກອງປະຊຸມຄັ້ງທີ 11 ໜ່ວຍປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບເລື່ອງ Timor Leste ຂໍເຂົ້າເປັນສະມາຊິກ ອາຊຽນ ແລະ ສະພາບການປະຕິບັດບັນດາໂຄງການໜູນຊ່ວຍຍົກສູງຄວາມສາມາດໃຫ້ແກ່ Timor Leste. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ໄດ້ຊົມເຊີຍເລື່ອງສ້າງເອກະສານແນະນຳ ພ້ອມກັບບັນຊີລາຍຊື່ບັນດາການເຄື່ອນໄຫວຂອງ 3 ເສົາຄ້ຳສຳເລັດ, ເປັນພື້ນຖານໃຫ້ບັນດາອົງການຂະແໜງສະເພາະຂອງອາຊຽນ ຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງ ໜູນຊ່ວຍຍົກສູງຄວາມສາມາດໃຫ້ແກ່ Timor Leste. ທ່ານຍັງສະເໜີໃຫ້ບັນດາເສົາຄ້ຳປະຊາຄົມ ອາຊຽນ ພ້ອມກັບຄະນະເລຂາອາຊຽນ ຈົ່ງສືບຕໍ່ໜູນຊ່ວຍ Timor Leste ໃນການເຂົ້າຮ່ວມບັນດາການເຄື່ອນໄຫວທີ່ແນ່ນອນຂອງ ອາຊຽນ.