ກອງປະຊຸມຄັ້ງທີ 17 ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ
ກອງປະຊຸມຄັ້ງທີ 17 ກຳມາທິການປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ ສະພາແຫ່ງຊາດຫວຽດນາມ |
(vovworld)- ທີ່ກອງປະຊຸມຊຶ່ງຈັດຂຶ້ນໃນຕອນບ່າຍວັນທີ 18/5 ຢູ່ຮ່າໂນ້ຍ, ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຫວຽດນາມ ໄດ້ກວດກາບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຄົມມະນາຄົມປີ 2014 ແລະ ສະພາບການຜັນຂະຫຍາຍວຽກງານໃນຊຸມເດືອນຕົ້ນປີ 2015. ບັນດາຜູ້ແທນໄດ້ເຫັນດີໂດຍພື້ນຖານກັບບົດລາຍງານຂອງລັດຖະບານ, ພ້ອມທັງສະເໜີວ່າ ນັບແຕ່ນີ້ຫາທ້າຍປີ, ລັດຖະບານຄວນຕັ້ງໜ້າຊີ້ນຳການປະຕິບັດບັນດາມາດຕະການຢ່າງຂ້ຽວຂາດກວ່າເພື່ອປະຕິບັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຄົມມະນາຄົມ.