ກອງ​ປະ​ຊຸມ​ຄັ້​ງ​ທີ 2 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ວຽກ​ງານ​ນິ​ຕິບັນ​ຍັດ ແລະ ລະ​ດັບ​ການ​ແຈກ​ຢາຍ​ງົບ​ປະ​ມານ​ແຫ່ງ​ລັດ

(VOVWORLD) -ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ ບົດລາຍງານສະພາບການແກ້ໄຂ, ຕອບຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ໝາກຜົນຂອງການຕ້ອນຮັບພົນລະເມືອງ, ຕ້ອນຮັບ, ແກ້ໄຂ ໃບຮ້ອງຟ້ອງ ແລະ ຕິດຕາມກວດກາການແກ້ໄຂ ຂໍ້ສະເໜີແນະ, ການຮ້ອງທຸກກ່າວຟ້ອງຂອງພົນລະເມືອງທີ່ສົ່ງໄປຍັງສະພາແຫ່ງຊາດ.
ກອງ​ປະ​ຊຸມ​ຄັ້​ງ​ທີ 2 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ວຽກ​ງານ​ນິ​ຕິບັນ​ຍັດ ແລະ ລະ​ດັບ​ການ​ແຈກ​ຢາຍ​ງົບ​ປະ​ມານ​ແຫ່ງ​ລັດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 17 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 2. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ກ່ຽວກັບ ວຽກງານນິຕິບັນຍັດ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາໂຄງການຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ຍ້ອງຍໍ (ສະບັບປັບປຸງ). ນີ້ແມ່ນໂອກາດເພື່ອໃຫ້ ຄະນະປະຈຳສະພາແຫ່ງຊາດ, ສະພາແຫ່ງຊາດ, ປະຕິບັດການຫັນໂຄງການດຳເນີນງານໃຫ້ປະກົດຜົນເປັນຈິງ, ສືບຕໍ່ປ່ຽນແປງໃໝ່, ຍົກສູງຄະນະພາຍໃນການປະຕິບັດວຽກງານນິຕິບັນຍັດ, ຕິດພັນກັບການຮັດແໜ້ນລະບຽບວິໄນນິຕິບັນຍັດ, ເປັນຕົ້ນແມ່ນຄວາມຮັບຜິດຊອບຂອງການນຳ.

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ ບົດລາຍງານສະພາບການແກ້ໄຂ, ຕອບຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ໝາກຜົນຂອງການຕ້ອນຮັບພົນລະເມືອງ, ຕ້ອນຮັບ, ແກ້ໄຂ ໃບຮ້ອງຟ້ອງ ແລະ ຕິດຕາມກວດກາການແກ້ໄຂ ຂໍ້ສະເໜີແນະ, ການຮ້ອງທຸກກ່າວຟ້ອງຂອງພົນລະເມືອງທີ່ສົ່ງໄປຍັງສະພາແຫ່ງຊາດ.

ທີ່ກອງປະຊຸມດຳເນີນໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ຕັດສິນກ່ຽວກັບຫຼັກການ, ມາດຕະຖານ ແລະ ລະດັບການຈັດແບ່ງແຜນງົບປະມານລາຍຈ່າຍປະຈຳແຫ່ງລັດປີ 2022 ແລະ ພິຈາລະນາຂໍ້ສະເໜີຕິດຕາມກວດກາ ຂອງ ສະພາຊົນເຜົ່າກ່ຽວກັບການກຳນົດເຂດພູສູງ.

ຕອບກັບ

ຂ່າວ/ບົດ​ອື່ນ