ກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1

ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

 (vovworld) – ວັນ​ທີ 17/7, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິກ​ານ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ກອງ​ປະຊຸມ​ເພື່ອ​ແນ​​ໃສ່​ປຶກສາ​ຫາລື​ໜ້າ​ທີ່​ວຽກ​ງານ 6 ​ເດືອນ​ທ້າຍ​ປີ, ປະກອບ​ຄຳ​ເຫັນກ່ຽວ​ກັບ​ການ​ຜັນ​ຂະ​ຫຍາ​ຍການປະຕິບັດ​ແຜນການ​ກວດກາ, ຕິດຕາມ​ກວດກາ​ການສືບສວນ ສອບ​ສວນ, ຟ້ອງ​ສານ, ພິພາກສາ.​.​.​ ບັນດາ​ກໍລະນີສໍ​້ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງສັບສົນ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການແກ້​ໄຂ​ບາງ​ກໍລະນີສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບສົນ, ​ເຊິ່ງ​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈງວ່າ:

“​ໃນ 6 ​ເດືອນຕົ້ນ​ປີ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ສືບ​ທອດ, ​ເສີມ​ຂະຫຍາຍ​ບົດຮຽນ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຊຸດ​ກ່ອນ, ພະຍາຍາມ​ປະຕິບັດ​ວຽກ​ງານ. ວຽກ​ງານ​ປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ບັນລຸ​​ໄດ້ໝາກຜົນ​ທີ່ຕັ້ງໜ້າ ທັງ​ວຽກ​ງານ​ໂຄສະນາ, ກໍ່ສ້າງ, ປັບປຸງ​ລະບຽບ​ກົດໝາຍ, ພົບ​ເຫັນ, ສືບສວນ​ສອບ​ສວນ, ຕິດ​ຕາມ, ກວດກາ, ສັ່ງ​ຟ້ອງ, ພິພາກສາ.”

        ກ່ຽວ​ກັບ​ໜ້າ​ທີ່​ໃນ 6 ​ເດືອນທ້າຍ​ປີ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​​ໃຫ້​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສືບ​ຕໍ່​ປັບປຸງ​ລະບຽບ​ກົດໝາຍກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕາມ​ຂໍ້​ສະຫລຸບຂອງ​ກອງ​ປະຊຸມ​ສູ​ນກາງ​ຄັ້ງ​ທີ 5 (ຊຸດ​ທີ 11). ວຽກ​ງານ​ໂຄສະນາ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຖືກ​ຕາມ​ການ​ກຳນົດ​ທິດ, ບໍ່​ເຜີຍ​ອອກບັນດາ​ຂໍ້​ມູນ​ຂ່າວ​ພວມ​ໄດ​້ຮັບ​ການ​ສືບສວນ​ສອບ​ສວນ, ​ແຕ່​ກໍ່​ບໍ່​ປົກປິດ​​ບັນດາ​ຂໍ​້ຂາດ​ຕົກ​ບົກ​ພ່ອງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ປະຊາຊົນ.


ຂ່າວ/ບົດ​ອື່ນ