ກອງປະຊຸມຄັ້ງທີ 33 ສະຫະສະມາຄົມທ່າທະເລ ອາຊຽນ

ກອງປະຊຸມຄັ້ງທີ 33 ສະຫະສະມາຄົມທ່າທະເລ ອາຊຽນ - ảnh 1
ໄຂກອງ​ປະຊຸມ​ຄັ້ງ​ທີ 33 ສະຫະ​ສະມາຄົມ​ທ່າ​ທະ​ເລ​ ອາ​ຊຽນ
(ພາບ: dantri.com.vn )

(vovworld) - ຕອນ​ເຊົ້າວັນ​ທີ 24/8, ​ຢູ່​ນະຄອນ ດ່າ​ນັ້ງ, ​ໄດ້​ໄຂກອງ​ປະຊຸມ​ຄັ້ງ​ທີ 33 ສະຫະ​ສະມາຄົມ​ທ່າ​ທະ​ເລ​ ອາ​ຊຽນ ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ລາຍການ​ເຄື່ອນ​ໄຫວ​ຂອງສະຫະ​ສະມາຄົມ​ທ່າ​ທະ​ເລ​ ອາ​ຊຽນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາ​ບັນດາ​ທ່າ​ທະ​ເລ​ສະມາຊິກ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ລະບົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທ່າ​ທະ​ເລ; ກຳນົດ​ບັນດາ​ລາຍການ​ເຮັດ​ວຽກ​ຂອງ​ສະຫະ​ສະມາຄົມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ພັດທະນາ​ທ່າ​ກຳ​ປັ່ນ​ແບບ​ຍືນ​ຍົງ​ໃຫ້​ແກ່​ກຸ່ມ​ທ່າ​ທະ​ເລ​ອາ​ຊຽນ. ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ຊອກ​ຮູ້​ກ່ຽວ​ກັບ​ມາດ​ຕະການ​ລະບົບ​ຄຸ້ມ​ຄອງ​ຕາມ​ມາດຕະຖານ​ສາກົນ​ຢ່າງ​ເລິກ​ເຊິ່ງ, ຮັບປະກັນ​ໃຫ້ການ​ພັດທະນາ​ທ່າ​ທະ​ເລ​ຢ່າງ​ປອດ​ໄພ ​ແລະ ໝັ້ນຄົງ. ທ່ານ Ho Kim Lan ​ເລຂາທິການ​ໃຫຍ່ ສະຫະ​ສະມາຄົມ​ທ່າ​ທະ​ເລ​ຫວຽດນາມ​ໃຫ້​ຮູ້​ວ່າ:

”ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ​ຕໍ່, ພິ​ເສດ​ແມ່ນ​ສິ່ງ​ແວດ​ລ້ອມ​ທ່າ​ທະ​ເລ. ຄຽງ​ຂ້າງ​ນັ້ນ, ມີ​ເນື້ອ​ໃນ​ມາດ​ຕະການ​ເພື່ອ​ພັດທະນາ​ທ່າທະເລ​ແບບ​ຍືນ​ຍົງ. ຫວຽດນາມ​ເຂົ້າ​ຮ່ວມສະຫະ​ສະມາຄົມ​ມາ​ເປັນ​ເວລາ 18 ປີ ​ແລ້ວ, ​ແລະ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ພັດທະນາ​ສາຍພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ອາ​ຊຽນ”.

ຂ່າວ/ບົດ​ອື່ນ