ກອງປະຊຸມຄັ້ງທີ 4 ຂອງສະພາທີ່ປຶກສາດຳເນີນທຸລະກິດ APEC

(VOVWORLD) - ແຕ່ວັນທີ 4 -6 ພະຈິກ, ກອງປະຊຸມຄັ້ງທີ 4 ຂອງສະພາທີ່ປຶກສາດຳເນີນທຸລະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (ABAC) ໄດ້ດຳເນີນຢູ່ນະຄອນ ດ່ານັ້ງ
ກອງປະຊຸມຄັ້ງທີ 4 ຂອງສະພາທີ່ປຶກສາດຳເນີນທຸລະກິດ APEC - ảnh 1 ພາບປະກອບ

 ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະພາທີ່ປຶກສາດຳເນີນທຸລະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ທີ່ມາຈາກ 21 ພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC). ໃນວັນທີ 4 ພະຈິກ, ສະພາທີ່ປຶກສາດຳເນີນທຸລະກິດ APEC ໄດ້ຈັດຕັ້ງກອງປະຊຸມຂອງກຸ່ມເວທີປາໄສການເງິນ ອາຊີ - ປາຊີຟິກ (APFF) ແລະ ກຸ່ມທີ່ປຶກສາກ່ຽວກັບການສ້າງກຳລັງຄວາມສາມາດຂອງລະບົບການເງິນ APEC.

        ສະພາທີ່ປຶກສາດຳເນີນທຸລະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ໄດ້ຮັບການສ້າງຕັ້ງໃນເດືອນ ພະຈິກ 1995. ໃນແຕ່ລະປີ, ສະພາທີ່ປຶກສາດຳເນີນທຸລະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ໄດ້ຈັດຕັ້ງກອງປະຊຸມ 4 ຄັ້ງ ມຸ່ງໄປເຖິງການສ້າງບັນດາຂໍ້ສະເໜີແນະຍື່ນສະເໜີບັນດາການນຳ APEC ໃນໂອກາດສັບປະດາຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ