ກອງປະຊຸມຄັ້ງທີ 48 ຄະນະປະຈຳສະພາແຫ່ງຊາດ
ກອງປະຊຸມຄັ້ງທີ 48 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ພາຍໃຕ້ການເປັນປະທານຂອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(nguoidaibieu) |
(vovworld)- ວັນທີ 25/5, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໄຂກອງປະຊຸມຄັ້ງທີ 48 ຂຶ້ນ. ໜຶ່ງໃນບັນດາເນື້ອໃນສຳຄັນທີ່ກອງປະຊຸມຄັ້ງນີ້ແມ່ນ ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະໃຫ້ຄຳເຫັນໃສ່ບົດລາຍງານກ່ຽວກັບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ຊຶ່ງຫາກໍດຳເນີນເມື່ອວັນທີ 22/5. ຄະນະປະຈຳສະພາແຫ່ງຊາດຫວຽດນາມຍັງຈະຮັບຟັງຜົນຂອງການຕິດຕາມກວດກາໃນເບື້ອງຕົ້ນກ່ຽວກັບຫົວເລື່ອງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່(ໄລຍະ 2010-2015) ຕິດພັນກັບການສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່; ຕິດຕາມກວດກາປະສິດທິຜົນແຫ່ງການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການພັດທະນາວິທະຍາສາດ; ເຕັກໂນໂລຢີແນໃສ່ຊຸກຍູ້ການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ(ໄລຍະ 2005-2015); ໃຫ້ຄຳເຫັນໃສ່ມະຕິ 2 ສະບັບກ່ຽວກບັມາດຕະຖານ ແລະ ຈັດແບ່ງຫົວໜ່ວຍບໍລິຫານ; ມະຕິກ່ຽວກັບການຈັດແບ່ງປະເພດເຂດຕົວເມືອງ.