ກອງປະຊຸມຄັ້ງທີ 6 ຄະນະກຳມະການຊີ້ນຳ ການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ

ກອງປະຊຸມຄັ້ງທີ 6 ຄະນະກຳມະການຊີ້ນຳ ການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຍີນ
ພົບປະກັບທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ສຽງ)


(vovworld) -  ຕອນ​ເຊົ້າ​ວັນ​ທີ 11/05, ກອງປະຊຸມ​ຄັ້ງ​ທີ 6 ຂອງ​ຄະນະ​ກຳມະການຊີ້​ນຳ​ການຮ່ວມ​ມື 2 ຝ່າຍ​ລະຫວ່າງຫວຽດນາມ - ຈີນ ຖືກ​ດຳ​ເນີນ​ໄປ​ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຍີນ ​ແລະ ກຳມະການຄະນະ​ລັດຖະບານ ຢາງ​ເຈຍ​ຊື້. 2 ຝ່າຍ​ໄດ້​ສຳ​ຫຼວດກວດກາ​ນຄືນ​ສະພາບ​ການ​ຮ່ວມ​ມື​ຈາກ​ກອງ​ປະຊຸມ​ຄັ້ງ​ທີ 5 ​​ເມື່ອ​ເດືອນ 9/2011 ມາ​ຮອດ​ປະຈຸ​ບັນ; ​ແລກປ່ຽນ​ທິດ​ທາງ, ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມື​ອງ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ​ກວ່າ​ອີກ; ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆຂອງ 2 ປະ​ເທດ. 2 ຝ່າຍ​​ເປັນ​ເອກະ​ພາບ​ນຳ​ກັນຊຸກຍູ້ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ, ກິລາ, ການ​ພົວພັນແລກປ່ຽນ​ປະຊາຊົນ. 2 ຝ່າ​ຍກໍ​ແລກປ່ຽນ​ບັນດາ​ບັນຫາສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ຮັກສາ​​ສະຖຽນ​ລະ​ພາບ, ສັນ​ຕະພາບ ​ໃນ​ພາກ​ພື້ນ. ຄາດ​ວ່າ, ​ເມື່ອ​ສິ້ນ​ຊຸດ​ກອງ​ປະຊຸມ​, 2 ຝ່າ​ນຈະ​ລົງ​ນາມ​​ໃນ​ສັນຍາ​ຮ່ວມ​ມືບາ​ງສະບັບ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 10/05, ​ເມື່ອ​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ສຽງ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫງວຽນທຽນ​ເຍີນ ຢືນຢັນ​ວ່າ ການ​ພັດທະນາ​ການ​ພົວພັນ​ເປ​ັນປົກກະຕິ, ຍາວ​ນານ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ ​ແມ່ນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ຍາວ​ນານ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ຫວຽດນາມ ພ້ອມ​ກັບ​ຈີນ ມານະ​ພະຍາຍາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ ພັດທະນາ​​ໃນໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ