ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 8
(ພາບ: MC)
(vovworld) - ຕອນເຊົ້າວັນທີ 26/4, ຢູ່ຮ່າໂນ້ຍ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 8 ເພື່ອກວດກາບົດລາຍງານຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ປີ 2012, ທິດທາງ, ໜ້າທີ່ ແລະ ແຜນການພັດທະນາເສດຖະກິດ, ສັງຄົມປີ 2013.
ທີ່ກອງປະຊຸມຄັ້ງທີ 4 ຂອງສະພາແຫ່ງຊາດ, ລັດຖະບານໄດ້ລາຍງານຕໍ່ສະພາແຫ່ງຊາດ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2012 ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2013 ໂດຍອີງໃສ່ສະພາບການຂອງ 9 ເດືອນຕົ້ນປີ ແລະ ການປະເມີນຜົນປະຕິບັດຂອງປີ 2012. ບົນພື້ນຖານສະພາບການຂອງໄຕມາດທີ 4 ແລະ ການຕີລາຄາຂອງທັງປີ, ລັດຖະບານມີບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດເສດຖະກິດ - ສັງຄົມ ປີ 2012. ຜ່ານການປຶກສາຫາລື, ຄຳເຫັນສ່ວນຫຼາຍໄດ້ເຫັນດີເປັນເອກະພາບກັບເນື້ອໃນຂອງບົດລາຍງານ, ພ້ອມທັງສະເໜີວ່າບົດລາຍງານຄວນໄດ້ຮັບການຕີລາຄາຢ່າງເລິກເຊິ່ງກ່ວາກ່ຽວກັບບັນດາສິ່ງທີ່ບັນລຸໄດ້ໃນປີ 2012. ບັນດາຜູ້ແທນສະເໜີວ່າໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການທ້ອງຖິ່ນຕ່າງໆຄວນສຸມໃສ່ປະຕິບັດບັນດາມາດຕະການຮີບດ່ວນເພື່ອຟື້ນຟູພື້ນຖານເສດຖະກິດ, ສ້າງວຽກເຮັດງານທຳ, ພ້ອມກັບເລື່ອງຫັນເສດຖະກິດມະຫາພາກເປັນປົກກະຕິ.