ກອງປະຊຸມຄົບຄະນະຄັ້ງທີ 6 ສະພາຊົນເຜົ່າຂອງສະພາແຫ່ງຊາດ

(VOVWORLD) -ກອງປະຊຸມຄົບຄະນະຄັ້ງທີ 6 ຂອງສະພາຊົນເຜົ່າສະພາແຫ່ງຊາດຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ພຶດສະພາ.

ກອງປະຊຸມຄົບຄະນະຄັ້ງທີ 6 ສະພາຊົນເຜົ່າຂອງສະພາແຫ່ງຊາດ - ảnh 1ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດຫວຽດນາມຕອງທິຟ໋ອງກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ທີ່ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດລາຍງານເພີ່ມເຕີມຂອງກຳມາທິການຊົນເຜົ່າກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ເສດຖະກິດ-ສັງຄົມໃນປີ 2017, ສະພາບການຜັນຂະຫຍາຍແຜນການພັດທະນາເສດຖະກິດ-ສັງຄົມ ແລະ ຄາດຄະເນງົບປະມານແຫ່ງລັດປີ 2018 ຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ແລະໝາກຜົນແຫ່ງການປະຕິບັດນະໂຍບາຍຊົນເຜົ່າໃນໄຕມາດທີ I/2018 ແລະສະເໜີວຽກງານຊົນເຜົ່າໃນໄລຍະຕໍ່ໄປ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ຢັ້ງຢືນວ່າ, ນະໂຍບາຍຊົນເຜົ່າຍາມໃດກໍໄດ້ຮັບຄວາມ ເອົາໃຈໃສ່ເປັນພິເສດຈາກພັກ, ລັດ.  ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ຕີລາຄາສູງຄວາມພະຍາຍາມຂອງລັດຖະບານ, ກຳມາທິການຊົນເຜົ່າ, ຄວາມຮັບຜິດຊອບຂອງບັນດາທ້ອງຖິ່ນໃນການຈັດຕັ້ງປະຕິບັດມະຕິຕົກລົງຂອງສະພາແຫ່ງຊາດ, ຂອງສູນກາງ... ພ້ອມທັງສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຖືເປັນສຳຄັນວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ, ການຕິດຕາມກວດກາຂອງສະພາຊົນເຜົ່າ ພິເສດແມ່ນບັນດານະໂຍບາຍກ່ຽວກັບງົບປະມານ, ການລົງທຶນໃຫ້ເຂດຊົນເຜົ່າສ່ວນໜ້ອຍ; ປະເມີນຜົນບັນດາຂົງເຂດກ່ຽວຂ້ອງເຖິງນະໂຍບາຍລົງທຶນ, ພັດທະນາຊົນເຜົ່າຢູ່ເຂດພູດອຍ; ເອົາໃຈໃສ່ເຖິງສະພາບການຄວາມສະຫງົບຢູ່ເຂດປະຊາຊົນບັນດາເຜົ່າ ຢູ່ເຕີຍບັກ, ເຕີຍງວຽນ ແລະ ທາງທິດຕາເວັນຕົກພາກໃຕ້.


ຕອບກັບ

ຂ່າວ/ບົດ​ອື່ນ