ກອງປະຊຸມຄົບຄະນະຄະນະກຳມະການແມ່ນ້ຳຂອງ ຫວຽດນາມ

(VOVWORLD) -   ໄລຍະຈະມາເຖິງ, ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດຍ່ານເໜືອແມ່ນ້ຳ, ພິເສດ ໃນການຊຸກຍູ້ຜັນຂະຫຍາຍການຄົ້ນຄ້ວາຂອງຄະນະກຳມະການກ່ຽວກັບການຕີລາຄາຜົນກະທົບຂອງບັນດາກິດຈະກຳໃນແມ່ນ້ຳສາຍຕົ້ນຕໍ.
 

ຕອນເຊົ້າວັນທີ 8 ທັນວາ, ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ຈັດຕັ້ງກອງປະຊຸມຄົບຄະນະເພື່ອແນໃສ່ບູລະນະ, ຕີລາຄາວິວັດການເຄື່ອນໄຫວຂອງຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືກ່ຽວກັບການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແບບຍືນຍົງ.

        ທີ່ກອງປະຊຸມ, ທ່ານ ເຈີ່ນຮົ່ງຮ່າ, ປະທານຄະນະກຳມະການແມ່ນ້ຳຂອງ ຫວຽດນາມ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດຍ່ານເໜືອແມ່ນ້ຳ, ພິເສດ ໃນການຊຸກຍູ້ຜັນຂະຫຍາຍການຄົ້ນຄ້ວາຂອງຄະນະກຳມະການກ່ຽວກັບການຕີລາຄາຜົນກະທົບຂອງບັນດາກິດຈະກຳໃນແມ່ນ້ຳສາຍຕົ້ນຕໍ. ຄຽງຄູ່ກັນນັ້ນ, ເປັນເຈົ້າການເຂົ້າຮ່ວມການຮ່ວມມືໃນ ຄະນະກຳມະການແມ່ນ້ຳຂອງສາກົນ; ຮ່ວມມື ສອງຝ່າຍກັບບັນດາປະເທດແຄມແມ່ນ້ຳຂອງ; ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມໃນບັນດາກົນໄກຮ່ວມມືອື່ນໆໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ